ໂຄສົກ ຂອງຣັຖບານລາວ ຖແລງໃນວັນພຸດນີ້ວ່າ ຍິນດີຕ້ອນຮັບ ຜູ້ຕາງໜ້າຂອງ ອົງການ ສະຫະປະຊາຊາດ ທີ່ຈະຂໍຢ້ຽມ ຊາວມົ້ງລາວ ຫລາຍພັນຄົນ ທີ່ໄດ້ຖືກບັງຄັບ ສົ່ງກັບ ຈາກປະເທດໄທ ເມື່ອທ້າຍປີທີ່ຜ່ານມາ- ຕາມລາຍງານຂອງ ອົງການຂ່າວ AP ຈາກບາງກອກ ປະເທດໄທ ໃນວັນທີ 3 ກຸມພາ 2010 ນີ້.
ທ່ານ ເຄນທອງ ນວນທະສິງ ໂຄສົກກະຊວງ ການຕ່າງປະເທດ ສປປລາວ ຖແລງ ຕໍ່ອົງການຂ່າວ The Associated Press ທາງໂທຣະສັບ ຈາກ ນະຄອນຫລວງ ວຽງຈັນ ວ່າຊາວມົ້ງລາວ ທີ່ໄດ້ຖືກສົ່ງກັບ ຈາກປະເທດໄທນັ້ນ ໄດ້ຖືກໂຍກຍ້າຍ ຈາກສູນພັກຊົ່ວຄາວ ໄປຢູ່ບ້ານ ຈັດສັນແລ້ວ ເມື່ອເຄິ່ງທຳອິດ ຂອງເດືອນ ມົກກະຣາ ທີ່ຜ່ານມາ. ທ່ານວ່າ ໄດ້ມີການປຸກເຮືອນ ປະມານ 400 ຫລັງສຳລັບຊາວມົ້ງ ແລະພວກຂະເຈົ້າ ໄດ້ພາກັນຍ້າຍ ເຂົ້າໄປຢູ່ແລ້ວ. ແລະວ່າ ຂ້າຫລວງໃຫຍ່ ສະຫະປະຊາຊາດ ສາມາດໄປຢ້ຽມຢາມ ຊາວມົ້ງນັ້ນໄດ້ ຖ້າຫາກປະສົງ ດັ່ງນັ້ນ. ແຕ່ທ່ານກໍເວົ້າວ່າ ຫົນທາງໄປຫາບ້ານ ທີ່ຊາວມົ້ງຢູ່ນັ້ນ ບໍ່ສະດວກສຳລັບ ການເດີນທາງ ແລະຫົນທາງໃໝ່ ທີ່ດີກວ່ານັ້ນ ຈະສ້າງແລ້ວ ໃນລາວເດືອນເມສາ ທີ່ຈະມາເຖິງນີ້.
ເວົ້າເຖິງຊະຕາກັມ ຂອງຊາວມົ້ງລາວ ຈຳນວນນຶ່ງ ທີ່ຖືກສົ່ງກັບນັ້ນ ສະຫະຣັດ ອະເມຣິກາ ແລະອົງການປົກປ້ອງ ສິດທິມະນຸດຕ່າງໆ ເວົ້າວ່າ ຊາວມົ້ງເຫລົ່ານັ້ນ ອາດຈະຕົກຢູ່ ໃນອັນຕະຣາຍ ຖ້າຫາກວ່າຖືກ ສົ່ງກັບຄືນ ປະເທດລາວ ບ່ອນທີ່ພວກເຂົາເຈົ້າ ໄດ້ທຳການຕໍ່ສູ້ ທີ່ບໍ່ໄດ້ຮັບ ຜົນສຳເຣັດ ເພື່ອປ້ອງກັນບໍ່ໃຫ້ ລາວຕົກເປັນ ຄອມມິວນິສ ໃນຊຸມປີ 1970.
ໃນວັນອັງຄານ ຜ່ານມາ ອົງການປົກປ້ອງ ສິດທິມະນຸດ ແລະ ອົງການ ເພື່ອມະນຸສທັມ 19ອົງການ ຮວມທັງອົງການ ນິຣະໂທດກັມສາກົນ ໄດ້ຮ່ວມກັນສົ່ງ ຈົດໝາຍ ເປີດຊອງ ເຖິງທ່ານ ຈູມມະລີ ໄຊຍະສອນ ປະທານປະເທດ ສປປລາວ ເພື່ອສະແດງຄວາມ ວິຕົກກັງວົນ ນຳທີ່ສຸດ ກ່ຽວກັບຄວາມປອດໄພ ແລະການປົກປ້ອງ ຊາວມົ້ງລາວ ຈຳນວນ 4,689ຄົນ ທີ່ທາງການໄທ ໄດ້ບັງຄັບໃຫ້ ກັບຄືນ ປະເທດລາວ ໃນວັນທີ 28 ແລະ 29 ທັນວາ 2009 ທີ່ຜ່ານມານັ້ນ.
