ຊາວລາວເຜົ່າມົ້ງ ຢູ່ສະຫະຣັຖອະເມຣິກາ ມີຄວາມເປັນຫ່ວງນຳ ຊາຕາກັມ ຂອງພີ່ນ້ອງຊາວມົ້ງ ທີ່ຖືກສົ່ງກັບລາວ ຈາກສູນກັກຂັງ ບ້ານຫ້ວຍນ້ຳຂາວ 4,000 ກວ່າຄົນ ແລະຈາກສູນກັກຂັງ ຕຳຣວດກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທ ຊຶ່ງມີປະມານ158 ຄົນ ເມື່ອວັນທີ 29 ທັນວາ 2009 ຜ່ານມາ.
ດັ່ງນັ້ນຊາວລາວເຜົ່າມົ້ງ ຈຶ່ງໄດ້ຈັດກອງປະຊຸມ ຢູ່ເມືອງ St Paul ຣັຖ Minnesota ສະຫະຣັຖອະເມຣິກາ ໃນມື້ວັນອັງຄານ ທີ 5 ມົກກະຣາ 2010 ຜ່ານມາ ເພື່ອເປີດເຜີຍເຖິງ ສະພາບການປັດຈຸບັນ ກ່ຽວກັບຊາວລາວເຜົ່າມົ້ງ ທີ່ຫາກໍ່ຖືກສົ່ງກັບລາວ.
ທ່ານ Chung Pheng Lee ຮອງປະທານອົງການ ສາມັກຄີຄອບຄົວລາວ ຣັຖມີນີໂຊຕ້າ ແລະປະທານສະພາ ຜູ້ນຳຊາວມົ້ງພົ້ນທະເລ ສະຫະຣັຖອະເມຣິກາ ເວົ້າກ່ຽວກັບກອງ ປະຊຸມເທື່ອນີ້ ໃນການໃຫ້ສຳພາດກັບ ວິທຍຸເອເຊັຍເສຣີວ່າ:
"ແລະການປະຊຸມມື້ນີ້ ກໍເພື່ອບອກເລົ່າຂໍ້ມູນ ຫລ້າສຸດໃຫ້ຊຸມຊົນ ຮູ້ກ່ຽວກັບວ່າພີ່ນ້ອງ ຂອງພວກຂະເຈົ້າມີ ຄວາມປອດພັຍຫລືບໍ່ ອັນທີສອງກໍແມ່ນ ຂໍຮ້ອງໃຫ້ທາງການ ສະຫະຣັຖ ຮຽກຮ້ອງຕໍ່ຣັຖບານລາວ ໃຫ້ປະຕິບັດຕາມ ຂໍ້ຕົກລົງກັນໄວ້ ກັບທາງການໄທ ກ່ຽວກັບຊາວມົ້ງລາວ ດັ່ງກ່າວ."
ຫລັງຈາກໄດ້ຮັບຮູ້ ສະພາບການກ່ຽວກັບ ພີ່ນ້ອງຊາວມົ້ງລາວ ດັ່ງກ່າວແລ້ວກອງປະຊຸມ ກໍຈະປຶກສາຫາລື ເພື່ອສເນີຕໍ່ ຄະນະຣັຖບານ ໃນຣັຖທີ່ພວກຂະເຈົ້າ ອາສັຍຢູ່ ເພື່ອຂໍຮ້ອງໃຫ້ ພິຈາຣະນາ ຊອກຫາຊ່ອງທາງຊ່ອຍເຫລືອ ພີ່ນ້ອງຊາວມົ້ງລາວ ຂອງພວກຂະເຈົ້າ. ທ່ານ Chung Pheng Lee ເວົ້າກ່ຽວກັບການ ມີນັດໝາຍປະຊຸມ ກັບຝ່າຍຣັຖບານ ສະຫະຣັຖ ວ່າ:
"ພວກເຮົາໄດ້ສເນີ ຈັດກອງປະຊຸມກັບ ກະຊວງການຕ່າງປະເທດ ສະຫະຣັຖ ແລະຈະຈັດກອງປະຊຸມ ໃຫຍ່ຢູ່ California ຊຶ່ງຈະມີກະຊວງ ການຕ່າງປະເທດ ເຂົ້າຮ່ວມ ຫລັງຈາກອງປະຊຸມ ຢູ່ California ແລ້ວ ຈຶ່ງຈະຮູ້ວ່າເຮົາ ຈະເຮັດຈັ່ງໃດ ຫລັງຈາກກອງປະຊຸມ ໃຫຍ່ຢູ່ຣັຖ California ສະຫະຣັຖ ອະເມຣິກາ ແລ້ວ ຊາວລາວເຜົ່າມົ້ງ ຢູ່ສະຫະຣັຖ ຈະສືບຕໍ່ ສເນີການປະຊຸມ ກັບສະມາຊິກຣັຖສະພາ ສະຫະຣັຖ ເພື່ອຂໍຄວາມ ຊ່ອຍເຫລືອຕໍ່ໄປ."
