ຖານະບຸກຄົນໜ້າເປັນຫ່ວງ ຂອງມົ້ງລາວປ່ຽນແລ້ວ

ເຈົ້າໜ້າທີ່ຂັ້ນສູງ ຂອງສປປລາວ ກ່າວວ່າ ຖານະບຸກຄົນ ໜ້າເປັນຫ່ວງຫື POC ທີ່ຊາວມົ້ງລາວ ຈໍານວນນຶ່ງໄດ້ ຮັບຈາກ ສະຫະປະຊາຊາດ ໃນເວລາ ຢູ່ປະເທດໄທນັ້ນ ບໍ່ມີຄວາມໝາຍ ຫຍັງອີກແລ້ວ ໃນເວລາພວກເຂົາ ກັບຄືນປະເທດລາວ.

0:00 / 0:00

ພົນຈັຕວາ ບົວສ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ກອງທັບປະຊາຊົນລາວ ຊີ້ແຈງກ່ຽວກັບເຣື່ອງນີ້ວ່າ:

“ແລະບັດ POC ປັດຈຸບັນເຂົາເຈົ້າ ປະຖີ້ມໝົດແລ້ວ ບັດ POC ທີ່ຕ່າງປະເທດ ເອົາໃຫ້ ກໍເຂົາເຈົ້າຕັດສິນວ່າ ຈະຢູ່ບ້ານ ຢູ່ເມືອງເຂົາ ດັ່ງນັ້ນ ຂໍໃຫ້ປະເທດ ເຫລົ່ານັ້ນ ເຂົ້າໃຈນຳ ບໍ່ແມ່ນວ່າຖືກລາວ ບັງຄັບຂົ່ມຂູ່ ພວກຂ້າພະເຈົ້າ ປ່ອຍເສຣີອີຫລີ ຕາມສມັກໃຈ ເຂົາເຈົ້າອີຫລີ”.

ຫ້ອງການຂ້າຫລວງໃຫຍ່ ສະຫະປະຊາຊາດ ອອກບັດໃຫ້ແກ່ ຊາວລາວເຜົ່າມົ້ງ 158ຄົນ ທີ່ຖືກກັກຂັງ ຢູ່ເມືອງໜອງຄາຍ ແລະຊາວລາວເຜົ່າມົ້ງ ອີກສ່ວນນຶ່ງ ທີ່ສູນ ບ້ານຫ້ວຍນ້ຳຂາວ ແຂວງເພັດສະບູນ ຂອງໄທ ເພື່ອຢືນຢັນວ່າ ຊາວລາວເຜົ່າມົ້ງ ເຫລົ່ານີ້ ເປັນບຸກ ຄົນທີ່ໜ້າເປັນຫ່ວງ ມີສິດເປັນອົພຍົບ ແລະກໍມີສິດ ໄປຕັ້ງຖິ່ນຖານ ຢູ່ປະເທດທີ່ສາມ. ແຕ່ຫລັງຈາກພວກເຂົາ ຖືກສົ່ງກັບລາວ ເຈົ້າໜ້າທີ່ ທາງການລາວ ຖາມເຖິງບັດດັ່ງກ່າວ ແລະ ໄດ້ຮັບຄຳຕອບວ່າບັດ POC ນັ້ນ ບໍ່ມີຄວາມໝາຍ ສຳຄັນແນວໃດອີກແລ້ວ ສຳຣັບເຂົາ. ເຖິງຢ່າງໃດກໍດີ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງໄທ ທ່ານນຶ່ງ ໃຫ້ຄຳເຫັນວ່າ:

“ຄົນທີ່ເຄີຍມີ ສ່ວນກ່ຽວຂ້ອງກັບ CIA ແລະກໍສາມາດພິສູດ ແລະກວດສອບໄດ້ວ່າ ເປັນຄວາມຈິງແທ້ ຂໍ້ມູນເຫລົ່ານີ້ ອາດຈະຊ່ວຍໃຫ້ ພວກເຂົາສາມາດ ຮຽກຮ້ອງໃຫ້ຫ້ອງ ການດ້ານອົພຍົບ ສະຫະປະຊາຊາດ ເຂົ້າໄປ ໃຫ້ການຊ່ວຍເຫລືອ ໄດ້ໃນອານາຄົດ".

ປັດຈຸບັນເຖິງວ່າ ທາງການລາວເວົ້າວ່າ ຊາວລາວເຜົ່າມົ້ງ ທີ່ໜ້າເປັນຫ່ວງນີ້ ບໍ່ຢາກໄປປະເທດ ທີ່ສາມແລ້ວກໍຕາມ ແຕ່ສະຫະປະຊາຊາດ ແລະ ປະເທດ ທີ່ສາມ ກໍຍັງຢາກເຂົ້າໄປ ສັມພາດພວກເຂົາເຈົ້າ ຢູ່ໃນສປປລາວ.