ຈີນ ປະຕິເສດ ຄໍາກ່າວຫາ ທີ່ວ່າ ຕົນ ເປັນຕົ້ນເຫດ ພັຍແຫ້ງແລ້ງ

ທີ່ປຶກສາ ທາງການເມືອງ ສະຖານທູດຈີນໃນບາງກອກ ຊີ້ແຈງວ່າ ການກ່າວຫາ ວ່າ ການສ້າງເຂື່ອນໃນຈີນ ເປັນສາເຫດ ຂອງຄວາມແຫ້ງແລ້ງ ໃນແມ່ນໍ້າຂອງນັ້ນ ເປັນການກ່າວຫາ ທີ່ບໍ່ຖືກຕ້ອງ ແລະບໍ່ມີຫລັກຖານ

ທີ່​ສະຖານ​ເອກ​ອັກຄະຣາຊທູດ ສາທາຣະນະຣັຖປະຊາຊົນ​ຈີນ ​ໃນ​ບາງກອກວັນ​ທີ 11 ມິ​ນາ​ນີ້ມີ​ການ​ຖ​ແລງ​ຂ່າວກ່ຽວກັບສຖານະ​ການພັຍ​ແຫ້ງ​ແລ້ງ ​ໃນ​ແມ່​ນໍ້າຂອງ​ໂດຍ​ທ່ານ ​ເຈີ້ນ​ເຕິະ​ໄຫ່ທີ່​ປຶກສາທາງ​ການ​ເມືອງ ​ແລະ ​​ໂຄສົກປະ​ຈໍາ​ສະຖານທູດ​ຈີນ ​ໄດ້​ກ່າວ​ວ່າຈີນຍຶດຖື​ຫລັກການພັທນາ​ ຢ່າງ​ຍັ້ງ​ຍືນ ​ແລະ​ ຄໍານຶງ​ເຖິງຜົລປະ​ໂຫຍ​ດຂອງ​ປະ​ເທດ ​ທີ່ຢູ່​​ໃຕ້ລົງ​ມາ​ເປັນ​ຫລັກ. ພ້ອມ​ດຽວກັນທ່ານ​ກໍ​ໄດ້​ກ່າວ​ເຖິງ​ກະ​ແສ​ຂ່າວທີ່​ໂຈມ​ຕີ​ ວ່າຈີນ ​ເປັນ​ຕົ້ນ​ເຫດຂອງ​ພັຍ​ແຫ້ງ​ແລ້ງວ່າ:

”ຊ່ວງນີ້ພັຍແຫ້ງແລ້ງໃນພາກອິສານແລະພາກເໜືອຂອງໄທແລະ ການກໍ່ສ້າງເຂື່ອນໃນປະເທດຈີນກໍາລັງເປັນປະເດັນທີ່ໄດ້ຮັບຄວາມສົນໃຈຈາກຫລາຍໆຝ່າຍຕົວທ່ານເອງກໍໄດ້ຮັບຊາບຂ່າວຈາກສື່ບາງແນງວ່າພັຍແຫ້ງແລ້ງທີ່ເກີດຂຶ້ນນັ້ນມີສ່ວນກ່ຽວຂ້ອງກັບການສ້າງເຂື່ອນໃນຈີນແລະ ເປັນສາເຫດຫລັກທີ່ເຮັດໃຫ້ເກີດສພາບພັຍແຫ້ງແລ້ງ ຢ່າງຮ້າຍແຮງໃນພາກເໜືອພາກອິສານແລະ ພື້ນທີ່ບາງແຫ່ງ ຊຶ່ງທ່ານຂໍຢໍ້າວ່າການກ່າວຫາ​​ ເຊັ່ນນັ້ນຂາດຫລັກຖານແລະ ເປັນການກ່າວຫາທີ່ບໍ່ຖືກຕ້ອງ.”

​ເພາະບໍ່ພຽງ​ແຕ່ ​ປະ​ເທດທ້າຍ​ນໍ້າ ​ເທົ່າ​ນັ້ນທີ່​ໄດ້ຮັບຜົລກະທົບຈາກ​ພັຍ​ແຫ້ງ​ແລ້ງ ​ໃນ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ຂອງ​ຈີນ ​ເຊັ່ນຍຸນ​ນ່ານ ​ເສ​ວົນ ​ແລະ​ ກຸ້ຍ​ໂຈ​ວກໍ​ໄດ້ຮັບຜົລກະທົບ ​ເຊັ່ນ​ກັນ. ທ່ານ ​ເຈີ້ນ​ກ່າວຣະບຸ ​ຕື່ມ​ວ່າສອງ​ຝັ່ງ​ແມ່​ນໍ້າຂອງສ່ວນ​ໃຫຍ່ ​ເປັນ​ເທືອ​ບ​ເຂົາ ​ແລະ ​ເຫວ ດັ່ງ​ນັ້ນການ​ໃຊ້​ນໍ້າສ່ວນ​ໃຫຍ່ກໍ​ເພື່ອ​ການ​ຜລິດ​ໄຟຟ້າ ​ເປັນ​ຫລັກ ​ແຕ່​ສໍາລັບ ​ການ​ກະ​ເສດ​ນັ້ນມີໜ້ອຍ​ເຕັມທີ່ ​ເຮັດ​ໃຫ້ການ​ໃຊ້​ນໍ້າບໍ່​ຫລາຍແລະ ​ກໍ​ຢືນຢັນ​ວ່າພັຍ​ແຫ້ງ​ແລ້ງ ​ໃນ​ແມ່​ນໍ້າຂອງ​ນັ້ນບໍ່​ໄດ້​ເກີດ​ຈາກ ​ກິ​ຈຈະ​ກັມ ​ຂອງ​ຈີນ ​ເປັນ​ສໍາຄັນ. ສ່ວນ​ການ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດຄະນະ​ກັມມາທິການ ​ແມ່​ນໍ້າຂອງ MRC ​ໃນ​ຕົ້ນ​ເດືອນໜ້າທີ່​ປະ​ເທດ​ໄທ​ນັ້ນທ່ານ​ເຈີ້ນບອກ​ວ່າຣັຖບານ​ຈີນ ​ໄດ້​ແຕ່ງ​ຕັ້ງຄະນະ​ທີ​ມງານທີ່​ຈະ​ເຂົ້າຮ່ວມປະຊຸມ​ແລ້ວ ​ແລະ​ ໄດ້ຮັບຄໍາ​ເຊີນຈາກ​ຄະນະMRC ​ແລ້ວ ​ແຕ່​ຍັງ​ບໍ່​ໄດ້ຮັບ ​ເອກ​ກະສາ​ນ ​ເຊີນຢ່າງ​ເປັນ​ທາງ​ການຈາກ​ນາຍົກຣັຖມົນຕຣີ​ໄທອະພິສິດ ​ເວດ​ຊາ​ຊີວະ ​ເທື່ອ.