ແມ່ນໍ້າຂອງ ຄືນສູ່ສະພາບເດີມ

ໜັງສືພິມ ຜູ້ຈັດການ ຂອງໄທ ຣາຍງານວ່າ ນໍ້າຂອງ ກັບມີຊີວິຕ ຊີວາຄືນໃໝ່ ຫລັງຈາກທີ່ ຣະດັບນໍ້າ ສູງຂຶ້ນ ເມື່ອຍ່າງເຂົ້າ ຣະດູຝົນ ເຮັດໃຫ້ເຮືອ ຂອງຈີນ ສາມາດແລ່ນ ຂຶ້ນລ່ອງໄດ້ ຣະຫວ່າງຊຽງຮຸງ ແລະຊຽງແສນ ຫລັງຈາກທີ່ຕ້ອງ ຢຸດຕັ້ງແຕ່ດືອນ ກຸມພາ ຫາເດືອນເມສາ ທີ່ຣະດັບນໍ້າ ບົກລົງຫລາຍ ຈົນເຮັດໃຫ້ ຜູ້ຄົນ 2 ຝັ່ງແມ່ນ້ຳຂອງ ທັງໃນເຂດ ພະມ້າ ລາວ ໄທ ກໍາພູຊາ ແລະວຽດນາມ ປະສົບກັບ ຄວາມເດືອດຮ້ອນ ເປັນເວລາ ດົນນານ ເພາະເຮືອສິນຄ້າ ທ່ອງທຽວ ຕ້ອງເຊົາແລ່ນ.

0:00 / 0:00

ໃນຣະຍະນີ້ ຣະດັບນ້ຳຂອງ ໄດ້ກັບສູງຂຶ້ນ ຕາມຣະດູການ ຈົນເຮັດໃຫ້ ເຮືອສິນຄ້າ ໃນແມ່ນ້ຳຂອງ ກັບມາແລ່ນໄດ້ ແລະເຮືອສ່ວນຫລາຍ ຕິດທຸງຊາຕຈີນ ສະແດງວ່າ ມາຈາກທ່າເຮືອ ຊຽງຮຸ່ງໂດຍກົງ ຊຶ່ງແຕກຕ່າງຈາກ ເວລາທີ່ແມ່ນ້ຳຂອງ ແຫ້ງຕໍ່າກວ່າ 1.40 m ຈົນບໍ່ສາມາດ ແລ່ນເຮືອໄດ້ ຫລືແມ້ແຕ່ຊ່ວງ ທີ່ລະດັບນ້ຳ ສູງຂຶ້ນ ເລັ່ກນ້ອຍ ຣະຫວ່າງເດືອນ ເມສາ ຫາເດືອນພຶສພາ ກໍມີພຽງເຮືອ ສິນຄ້າຈາກ ທ່າເຮືອສົບຣວຍ ປະເທດພະມ້າ ແລະໃນສປປລາວ ເທົ່ານັ້ນ.

ທ່ານອາພິສິດ ຄຳພີໂລ ຂົນສົ່ງທາງນ້ຳ ທີ່ 1 ສາຂາຊຽງຮາຍ ຂອງໄທເວົ້າວ່າ ປັດຈຸບັນ ເວົ້າໄດ້ວ່າການ ແລ່ນເຮືອ ໃນແມ່ນ້ຳຂອງ ໄດ້ເຂົ້າສູ່ສະພາບ ປົກຕິແລ້ວ ໂດຍຣະດັບນ້ຳ ເລິກເກືອບ 2 m ເຮັດໃຫ້ເຮືອສິ້ນຄ້າ ຂນາດປະມານ 200 ຕັນ ສາມາດ ແລ່ນເຂົາອອກ ທ່າເຮືອຊຽງແສນ ໄດ້ມື້ລະ 6 ຫາ 10 ລຳ ເຮັດໃຫ້ການຄ້າ ຊາຍແດນ ທີ່ທ່າເຮືອຊຽງແສນ ຄຶກຄັກຄືນໃໝ່.

ໃນປີທີ່ຜ່ານມາ ການຄ້າຊາຍແດນ ດ້ານຂວງຊຽງຮາຍ ກັບ ສປປລາວ ຕົກເປັນມູນຄ່າຮວມ 2 ພັນ 923 ລ້ານ 9 ແສນ 2 ໝື່ນ ບາດ ແຍກເປັນນຳເຂົ້າ 507 ລ້ານ 7 ແສນ 5 ໝື່ນບາດ ແລະສົ່ງອອກ 2 ພັນ 416 ລ້ານ 1 ແສນ 7 ໝື່ນບາດ.