ນໍ້າຂອງບົກ, ຍາກ ໃນການແລ່ນເຮືອ

ແມ່ນ້ຳຂອງ ກຳລັງ ບົກແຫ້ງ ໂດຍສະເພາະ ຢູ່ທາງພາກເໜືອ ຂອງລາວ ນ້ຳໄດ້ແຫ່ງລົງ ຫລາຍແຫ່ງລົງຈົນ ເຮືອສິນຄ້າ ຂນາດໃຫຍ່ ຂນາດ ແຕ່ 300 ຕັ່ນຂື້ນໄປ ບໍ່ສາມາດແລ່ນ ຂື້ນລົງໄດ້ ຢ່າງສະດວກສະບາຍ.

0:00 / 0:00

ຕາມ​ປົກກະຕິ​ແລ້ວ ​ເຮືອ​ສິນ ​ຂນາດ​​ອ່າວ​ໃຫຍ່​ແດ່ ​ທັງ​ຂອງ​ລາວ ​ແລະ ​ຈີນ ຈະ​ສາມາດ​ແລ່ນ​ ຂື້ນ​ລົງ​ໄດ້​ຢ່າງ​ສະດວກສະບາຍ ຕາມ​ລຳ​ແມ່ນ້ຳຂອງ ​ໂດຍ​ສະ​ເພາະ ຣະຫວ່າງ ​ທ່າ​ເຮືອ​ເມືອງ​ຊຽງ​ແສນ ​ແຂວງ​ຊຽງ​ຮາ​ຍຂອງ​ໄທ ​ແລະ ​ເມືອງ​ຫ້ວຍ​ຊາຍ ​ແຂວງ​ບໍ່​ແກ້ວ ​ຂອງ​ລາວ.

​ແຕ່​ປັດຈຸບັນ ​ແມ້​ແຕ່ ​ເຮືອ​ຂນາດ​ນ້ອຍ ກໍ​ຍັງ​ເກືອບ​ວ່າ ບໍ່​ສາມາດ​ແລ່ນ​ຂື້ນ​ລົງ ​ໄດ້​ເລີຍ. ​ເມື່ອ​ປະມານ​ ສາມ​ມື້​ ທີ່​ຜ່ານ​ມາ ​ເຮືອ​ສິນຄ້າ ​ຂອງລາວຫລາຍ​ລຳ ​ແຕ່​ລະ​ລຳ ບັນທຸກ​ສິນຄ້າ ​ປະມານ 300 ຕັ່ນ ​ໄດ້​ພະຍາຍາມ ລ່ອງ​ລົງ​ ຈາກ​ເມືອງ​ຊຽງ​ແສນ ​ເພື່ອ​ຈະ​ໄປ​ຫາ ​ນະຄອນຫລວງ​ພະບາງ ​ແຕ່​ເຮືອ ​ໄດ້​ຕິດ​ຄ້າງ ​ຢູ່​​ເທິງ​ຫາດ​ຊາຍ ຫລາຍໆ​ບ່ອນ ​ເຊັ່ນ​ໄດ້​ຕິດ​ຢູ່ ​ຫາດ​ຊາຍ ​ທີ່ທ່າ​ຕີນ​ທາດ ​ແລະ ​ຫາ​ດທ່າ​ ບ້ານ​ກ້ອນ​ຕົ້ນ. ປັດຈຸບັນ ​ເຮືອ​ຫລາຍ​ລຳ​ ກຳລັງ​ລໍ​ຖ້າ ​ໃຫ້​ນ້ຳ​ ເຊາະ​ດິນຊາຍ​ອອກ ​ໃຫ້​ເປັນ​ຮ່ອງ ​ແລ້ວ​ກໍ​ຄ່ອຍ​ ແລ່ນ​ເຮືອ​ໄປ​ ເທື່ອ​ລະ​ເລັກ​ລະ​ນ້ອຍ ບໍ່​ຮູ້​ວ່າ ປານ​ໃດ ​ຈະ​ໄປ​ເຖິງ​ ຈຸດໝາຍ​ປານ​ທາງ.

​ໃນຣະຍະ ​ສີ່​ຫ້າ​ປີ ​ທີ່​ຜ່ານ​ມາ ​​ໃນ​ຍາມ​ແລ້ງ ແມ່ນ້ຳຂອງ​ ໄດ້​ບົກ​ແຫ້ງ​ລົງ​ຫລາຍ ບາງ​ບ່ອນ ​ແຫ້ງ​ລົງ​ ເຖິງຂັ້ນຄົນ ​ກໍ​ສາມາດ​ ຍ່າງ​ຂ້າມ​ໄປມາ​ໄດ້. ນັກ​ວິທະຍາ​ສາດ ຕຳ​ນິຕິ​ຕຽນ ​ການຕັດໄມ້ ​ທຳຣາຍປ່າ ​ເປັນສາ​ເຫດ ​ທີ່​ສຳຄັນ ທີ່​ພາ​ໃຫ້​ແມ່ນ້ຳລຳ​ທານ​ ແຫ້ງ​ແລ້ງ; ສ່ວນ​ນັກ​ພິພັກ​ຮັກສາ ​ສະພາບ​ແວດ​ລ້ອມ ​ໂດຍ​ສະ​ເພາະ ​ນັກ​ສະພາບ​ແວດ​ລ້ອມ ​ຢູ່​ໄທ ຕິຕຽນ​ ການ​ສ້າງ​ເຂື່ອນ ຂອງ​ຈີນ ​ໃສ່​ແມ່ນ້ຳຂອງ ຊຶ່ງ​ມັກ​ປິດ​ປະຕູ​ເຂື່ອນ ​ໃນ​ຍາມ​ແລ້ງ ​ເຮັດ​ໃຫ້​ນ້ຳຂາດ​ເຂີນ ​ໃນ​ພາກລຸ່ມ.