ເກົາຫລີໄຕ້ ໃຫ້ການຊ່ວຍເຫລືອ

ບໍຣິສັດ ຈາກເກົາຫລີໄຕ້ ໃຫ້ການຊ່ວຍເຫລືອ ລ້າແກ່ ສປປລາວ ໃນໂຄງການ ສຶກສາເລື່ອງ ຕາຝັ່ງເຈື່ອນ ໃນເຂດເມືອງ ຫາດຊາຍຟອງ.

0:00 / 0:00

ບໍຣິສັດ ໃຫ້ຄໍາປຶກສາ ດ້ານວິສະວະກັມ KCI ຈາກເກົາຫລີໄຕ້ ໄດ້ ສນັບສນູນ ເງິນຈໍານວນ 1 ລ້ານໂດລາ ສະຫະຣັດ ໃຫ້ຜແນກໂຍທາທິການ ແລະຂົນສົ່ງ ນະຄອນຫລວງ ວຽງຈັນ ເພື່ອນໍາໄຊ້ເຂົ້າ ໃນໂຄງການ ສຶກສາ ເລື່ອງເທັກນິກ ວິຊາການ ແລະກໍ່ສ້າງ ເສັ້ນທາງ ເລາະລຽບແຄມຂອງ ແຕ່ຫລັກ 3 ໄປຫາເຂດບ້ານ ຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ, ມີໄລຍະທາງ 12 ຫລັກກິໂລແມັດ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ໂຍທາທິການ ແລະກໍ່ສ້າງ ນະຄອນຫລວງ ວຽງຈັນ:

ດ້ວຍເງິນຈາກ ເກົາຫລີ ປະມານລ້ານເນາະ ບ່ອນໃດທີ່ ເປັນຈຸດ ລໍ່ແຫລມເພພັງ ກໍຈະໄດ້ ເຮັດກ່ອນເນາະ ຈຸດເກົ້າລ້ຽວ ເພຫລາຍ ກໍຈະໄດ້ເຮັດ ກ່ອນເນາະ.

ການຮັບມອບ ເງິນຈໍານວນ ດັ່ງກ່າວມີຂຶ້ນ ເມື່ອວັນທີ 29 ເມສາ ຜ່ານມາ. ໂຄງການກໍ່ສ້າງ ແນວປ້ອງກັນ ຕາຝັ່ງເຈື່ອນ ແລະຄູປ້ອງກັນ ນໍ້ຖ້ວມໃນເຂດ ນະຄອນຫລວງ ວຽງຈັນ ແລະການກໍ່ສ້າງ ຖນົນລາດຢາງ ແຕ່ສາມແຍກ ປາກປ່າສັກ ເຖິງທາງໂຄ້ງ ທາດຂາວ ຮວມໄປເຖິງ ການສ້າງສວນ ເຈົ້າອານຸ ແລະ ການກໍ່ສ້າງ ປະຕູນໍ້າ ອີກ 2 ຈຸດ ທີ່ບໍຣິເວນ ຈຸດຫໍຄໍາ ແລະຈຸດຂົວຂາວ ຮວມຣະຍະທາງ 12 ຈຸດ 2 ຫລັກກິໂລແມັດ ຈະເລີ່ມຕົ້ນ ກໍ່ສ້າງໄດ້ ໃນທ້າຍເດືອນ ກຸມພາ ປີ 2009. ການສໍາເຣັດ ຂັ້ນທໍາອິດ ຈະໃຫ້ໄດ້ ໃນປີ 2010 ແລະສໍາເຮັດ ທຸກໆໂຄງການ ໃນປີ 2013.

ງົບປະມານ ການກໍ່ສ້າງ ທັງໝົດ ເປັນເງິນກູ້ຢືມ ດອກເບັ້ຽຕໍ່າ ຈາກເກົາຫລີໄຕ້ 37 ລ້ານໂດລາ ສະຫະຣັດ. ແລະ ຣັຖບານລາວ ສົມທົບໃສ່ອີກ ປະມານ 13 ລ້ານໂດລາ ຮວມເປັນ 50 ລ້ານໂດລາ. ແລະລ່າສຸດ ບໍຣິສັດ KCI ຈາກເກົາຫລີໄຕ້ ໃຫ້ເງິນຊ່ວຍ ເຫລືອ ລ້າອີກ 1 ລ້ານໂດລາ ສະຫະຣັດ ເອົາໄປຕື່ມໃສ່ ກັນອີກດ້ວຍ.