ກົດຟັງສຽງ
ເຂື່ອນ ເຊກະໝານ ເປັນໂຄງການ ຮ່ວມມື ທາງດ້ານ ພລັງງານ ຣະຫວ່າງ ຣັຖບານ ວຽດນາມ ກັບ ຣັຖບານ ລາວ ໃນຣະຍະ 10 ປີ ຂ້າງຫນ້າ. ວຽດນາມ ນອກຈາກ ຈະສ້າງເຂື່ອນ ໃນເຂດ ພາກໃຕ້ ຂອງລາວແລ້ວ ຍັງມີການ ຄົ້ນຄວ້າ ແຮ່ທາດ ແລະ ປູກຕົ້ນໄມ້ ເສຖກິດ ປະເພດຕ່າງໆ ເຊັ່ນຢາງພາລາ ແລະ ອື່ນໆ ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ: ---ສຽງ---
ທ່ານວ່າ ເຂື່ອນ ໄຟຟ້າ ເຊກະໝານ ທີ່ແຂວງ ອັດຕະປື ແມ່ນການ ລົງທືນ ຂອງ ບໍຣີສັດ ວຽດນາມ ຮ່ວມກັບ ຣັຖບານ ລາວ ກະແສ ໄຟຟ້າ ທີ່ຜລີດ ຈາກເຂື່ອນ ດ່ັງກ່າວ ສ່ວນໃຫຍ່ ກໍ່ຈະສົ່ງໄປ ພາກກາງ ວຽດນາມ ແລະ ບາງສ່ວນ ກໍ່ໃຊ້ໃນ ແຂວງອັດຕະປື ແລະ ແຂວງໃກ້ຄຽງ ທີ່ບໍ່ມີ ໄຟຟ້າ ໃຊ້. ທ່ານກ່າວເພີ້ມ ອີກວ່າ: ---ສຽງ---
ວຽດນາມ ໄດ້ເຂົ້າມາ ລົງທືນ ສ້າງເຂື່ອນ ໄຟຟ້າ ຫລາຍແຫ່ງ ໃນເຂດພາກໃຕ້ ຂອງລາວ ເພາະ ວຽດນາມ ຕ້ອງການ ພລັງງານ ເພື່ອພັທນາ ເສຖກິດ ຂອງຕົນ ໃນ ອະນາຄົດ. ສັນຍາ ໂຄງການສ້າງ ເຂື່ອນດັ່ງກ່າວ ຣະຫວ່າງ ຣັຖບານລາວ ກັບ ວຽດນາມ ກໍ່ເປັນແບບ ດຽວກັນ ກັບໂຄງການ ສ້າງເຂຶ່ອນ ອື່ນໆ ໃນລາວ ຄື: ຫລັງຈາກ 30 ປີ ກໍ່ເປັນ ກັມມະສິດ ຂອງ ຣັຖບານລາວ ແຕ່ວຽດນາມ ຕ້ອງການຂຍາຍ ເວລາ ອອກໄປ ເປັນ 40 ປີ. ນອກຈາກນັ້ນ ກໍ່ຍັງມີ ເຂື່ອນ ເຊກະໝານ 3 ອີກ ທີ່ຈະສ້າງ ທີ່ແຂວງ ເຊກອງ.
