"ເຂື່ອນ" ຈະສ້າງມື້ໃດກໍໄດ້

ສປປລາວ ຈະເລີ້ມ ການກໍ່ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ໃນປີນີ້ ເພື່ອທົດສອບ ບັນດາ ປະເທດ ເພື່ອນບ້ານ.

0:00 / 0:00

ກົດຟັງສຽງ

ສປປລາວ ຈະເລີ້ມການ ກໍ່ສ້າງເຂື່ອນ ໃນແຂວງ ໄຊຍະບູຣີ ພາຍໃນ ປີນີ້ ພາຍຫລັງ ທີ່ມີການ ປ່ຽນແປງ ດ້ານອອກແບບ ເພື່ອເອົາໃຈ ບັນດາ ປະເທດ ເພື່ອນບ້ານ ທີ່ຕໍ່ຕ້ານ ໂຄງການ ເຂື່ອນ ນັ້ນມາຕລອດ. ຕາມຣາຍງານ ຂ່າວ Bloomberg.

ທ່ານ ວິຣະພົນ ວິຣະວົງ ຜູ້ອໍານວຍການ ກົມໄຟຟ້າ ກະຊວງ ພລັງງານ ແລະ ບໍ່ແຮ່ ກ່າວວ່າ ລາວ ໄດ້ສໍາເຣັດການ ທົບທວນ ໂຄງການ ເຂື່ອນ ເມື່ອເດືອນ ເມສາ ເພື່ອຫລຸດຜ່ອນ ຄວາມກັງວົນ ໃນຜົນກະທົບ ຂອງ ເຂື່ອນ ທີ່ ຈະທໍາລາຍ ຜົລຜລິດ ເຂົ້າ ແລະ ການຫາປາ ໃນ ແມ່ນໍ້າຂອງ ເຂດລຸ່ມ ລົງມາ. ວຽດນາມ ກ່ອນໜ້ານີ້ ໄດ້ໃຫ້ ຄໍາເຫັນວ່າ ຄວນເລື່ອນ ທຸກໂຄງການ ສ້າງເຂື່ອນ ໃນ ແມ່ນໍ້າຂອງ ອອກໄປ 10 ປີ.

ທ່ານ ວິຣະພົງ ກ່າວໃຫ້ ສັມພາດ ທີ່ ກຸງຮ່າໂນ່ຍ ເມື່ອວັນທີ 7 ກັນຍາ ນີ້ວ່າ ສປປລາວ ຕ້ອງການ ອະທິບາຍ ເພື່ອຄວາມ ສະບາຍໃຈ ຂອງ ປະເທດ ເພື່ອນບ້ານ ທີ່ຍັງ ກັງວົນ ໃນເລື້ອງ ຜົລກະທົບ ທີ່ຮ້າຍແຮງ ຂອງເຂື່ອນ ນັ້ນຢູ່, ແນ່ນອນ ສປປລາວ ຈະໃຊ້ ເວລາ ສຶກສາ ເພີ້ມຕື່ມ.

ຕາມຂໍ້ມູລ ທີ່ຣັຖວິສາຫະກິດ ໄຟຟ້າ ລາວ ສເນີຕໍ່ ກອງປະຊຸມ ທີ່ ກຸງຮ່າໂນ່ຍ ເຂື່ອນ ໄຊຍະບູຣີ ເປັນເຂື່ອນ ທໍາອິດ ໃນຈໍານວນ 8 ເຂື່ອນ ທີ່ລາວ ຈະສ້າງ ໃສ່ ແມ່ນໍ້າຂອງ ເພື່ອຂຍາຍ ເສຖກິດ ທີ່ນ້ອຍທີ່ສຸດ ຂອງ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ດ້ວຍການ ຂາຍ ໄຟຟ້າ ໃຫ້ ບັນດາ ປະເທດ ເພື່ອນບ້ານ. ສປປລາວ ອາຈຈະຜລິດ ກະແສ ໄຟຟ້າ ປະມານ 38 ພັນ ເມັກກາວັດ ໃນປີ 2020 ຊຶ່ງ ຫລາຍກວ່າ ຄວາມ ຕ້ອງການຂອງ ພາຍໃນ ປະເທດ 15 ເທົ່າ.

ສປປລາວ ນໍາສເນີ ການທົບທວນ ໂຄງການ ທີ່ດໍາເນີນ ໂດຍ ບໍຣິສັດ ພລັງງານ ຂອງ Switzerland Poyry Energy AG ໃຫ້ຝ່າຍ ວຽດນາມ ຮັບຮູ້ ແລະ ຈະຂໍພົບປະ ກັບ ເຈົ້າໜ້າທີ່ ໄທ ແລະ ກັມພູຊາ ໃນຂັ້ນ ຕໍ່ໄປ ເພື່ອຫາຣື ຫຼືຂໍຄໍາ ແນະນໍາຕ່າງໆ.

ທ່ານວິຣະພົງ ກ່າວວ່າ ຣັຖບານ ສປປລາວ ສາມາດ ຕັດສິນໃຈ ວ່າຈະດໍາເນີນ ໂຄງການ ຫລືບໍ່ ຍາມໃດ ກໍໄດ້. ເມື່ອເດືອນ ທັນວາ ປີ 2010 ປະເທດໄທ ໄດ້ຕົກລົງ ຊື້ ກະແສ ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ທີ່ຈະມີ ຄວາມແຮງ ໃນການຜລິດ ເຖີງ 1285 ເມັກກາວັດ. ເຂື່ອນ ໄຊຍະບູຣີ ມູລຄ່າ 3 ພັນ 8 ຮ້ອຍລ້ານ ໂດລາ ສະຫະຣັດ ບໍຣິສັດ ຊໍ ການຊ່າງ ຂອງໄທ ຖືຫູ້ນ 57.5 ເປີເຊັນ.