ກົດຟັງສຽງ
ສື່ມວລຊົນ ພາກຣັຖ ຂອງ ສປປລາວ ລາຍງານ ໃນມື້ວັນສຸກ ຜ່ານມາ ວ່າ ຣັຖບານລາວ ມີ ແຜນການ ຈະສ້າງເຂື່ອນ ໄຟຟ້າ ພລັງນ້ຳ 10 ເຂື່ອນ ໃນຣະຍະ 5 ປີ ຂ້າງຫນ້າ ຊື່ງເປັນ ພາກສ່ວນ ຂອງ ແຜນການ ທີ່ຈະເຮັດ ໃຫ້ລາວ ກາຍເປັນ ຫມໍ້ໄຟ ສຳລັບ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ໃນອະນາຄົດ.
ຫນັງສືພີມ ວຽງຈັນທາມສ ລາຍງານວ່າ ແຜນການ ທີ່ ຣັຖບານລາວ ຈະສ້າງ ເຂື່ອນໄຟຟ້າ 10 ແຫ່ງ ໃນລາວນັ້ນ ແມ່ນໄດ້ ຕົກລົງກັນ ໃນກອງປະຊຸມ ສະພາ ຊຸດທີ 7 ໃນແຜນການ ພັທນາ ເສຖກິດ ແລະ ສັງຄົມ ສຳລັບ ສົກປີ 2011- 2015 ແລະ ແຜນການນີ້ ກໍ່ໄດ້ສເນີ ການເຫັນພ້ອມ ຈາກສະພາ ໃນມື້ວັນສຸກ.
ລາຍງານ ແຈ້ງວ່າ ໃນຈຳນວນ 10 ເຂື່ອນ ທີ່ຣັຖບານ ລາວ ຈະສ້າງນັ້ນ 5 ເຂື່ອນແມ່ນ ກຳລັງສ້າງ ຢູ່ໃນ ເວລານີ້ ເຊັ່ນເຂື່ອນ ໄຟຟ້າ ນ້ຳງື່ມ 5 ທີ່ ແຂວງວຽງຈັນ ສ້າງສຳເຣັດ ແລ້ວ 60%, ເຂື່ອນ ເທີນຫີນບູນ ພາກຂຍາຍ ທີ່ ແຂວງ ຄຳມ່ວນ ສ້າງ ສຳເຣັດແລ້ວ 78%, ເຂື່ອນ ນ້ຳຊອງ ທີ່ ແຂວວຽງຈັນ ສ້າງ ສຳເຣັດແລ້ວ 30% ເຂື່ອນ ນ້ຳຮອນ ທີ່ ແຂວງ ຫລວງນ້ຳທາ ສ້າງ ສຳເຣັດແລ້ວ 91% ແລະ ເຂື່ອນເຊຂມານ 3 ທີ່ ແຂວງເຊກອງ ສ້າງ ສຳເຣັດແລ້ວ 90%. ແຕ່ອີກ 5 ເຂື່ອນ ທີ່ຈະສ້າງ ໃຫມ່ນັ້ນ ທາງການ ຍັງບໍ່ໄດ້ ຣະບຸວ່າ ຈະສ້າງຢູ່ໃສ ຍັງລໍຖ້າ ການເຫັນພ້ອມ ຈາກ ສະພາ ແຫ່ງຊາດ ຢູ່.
ໃນປັດຈຸບັນ ຣັຖບານລາວ ມີເຂື່ອນ ທີ່ສ້າງແລ້ວ 16 ເຂື່ອນ ທີ່ກຳລັງ ບໍຣິການ ໄຟຟ້າ ໃນ ປະຣິມານ 2 ພັນເມກາວັດ ທາງການລາວ ໄດ້ອະນຸມັດ ໃຫ້ ບໍຣິສັດ ຕ່າງຊາດ ສຳຣວດ ຄວາມເປັນໄປໄດ້ ໃນການສ້າງ ເຂື່ອນ ໃນລາວ ປະມານ 73 ເຂື່ອນ ເມື່ອສີບປີ ກອ່ນ. ເທົ່າເຖິງ ປັດຈຸບັນ ກໍໄດ້ສ້າງ ຫລາຍເຂື່ອນ ແລ້ວ.