ຜົນວິຈັຍ ຂ.ໄຊຍະບູຣີ ກໍາລັງຖືກທົບທວນ

ຄນະກັມມາທິກາຣ ແມ່ນ້ຳຂອງ ກຳລັງ ທົບທວນ ເບີ່ງ ຜົລສຳຣວຈ ວິຈັຍ ຂອງ ໂຄງກາຣ ສ້າງ ເຂື່ອນ ໄຊຍະບູຣີ ຄືນໃໝ່.

0:00 / 0:00

ກົດຟັງສຽງ

ຄນະກັມມາທິກາຣ ແມ່ນໍ້າຂອງ ຫລື MRC ກຳລັງ ສຶກສາ ທົບທວນ ຄືນໃໝ່ ໃນຣາຍງານ ຂອງ ບໍຣິສັທ Poyry ທີ່ໄດ້ຮັບ ກາຣວ່າຈ້າງ ຈາກ ທາງ ຣັຖບາລ ສປປລາວ ໃຫ້ດຳເນີນ ກາຣສຳຣວຈ ວິເຄາະ ດ້ານຜົລ ກະທົບ ຕໍ່ສິ່ງ ແວດລ້ອມ ຈາກ ກາຣສ້າງ ເຂື່ອນ ໄຟຟ້າ ໄຊຍະບູຣີ ແລະ ໄດ້ສົ່ງ ຂໍ້ມູລ ທຸກຢ່າງ ໄປຍັງ ຜູ້ຊ່ຽວຊານ ໃນ ຜແນກ ສາຂາຕ່າງໆ ເພື່ອ ຂໍຄຳເຫັນ ແລະ ສຣຸບ ຜົນຣາຍງານ ເພື່ອຈະນຳ ສເນີຕໍ່ ສາທາຣະນະຊົນ ໃນຂັ້ນຕໍ່ໄປ. ດັ່ງທ່ານ ສຸລະສັກ ກ້າຫາຣ ເຈົ້າໜ້າທີ່ ປະຊາສັມພັນ ຂອງ MRC ໄດ້ກ່າວວ່າ:

"ທາງ MRC ໄດ້ຮັບ ເອກກະສາຣ ແລະ ຂໍ້ມູລຕ່າງໆ ກ່ຽວກັບ ໂຄງກາຣ ເຂື່ອນ ໄຊຍະບູຣີ ແລ້ວ ແລະ ທາງ ຄນະ ຜູ້ຊ່ຽວຊານ ກໍກຳລັງ ສຶກສາ ທົບທວນ ເບີ່ງ ຕາມຣາຍງານ ແລະ ໃນເມື່ອໃດ ຫາກແລ້ວ ສຳເຣັຈ ກໍຈະນຳ ແຈ້ງຕໍ່ ທາງ ສາທາຣະນະຊົນ ນຳໃນໄວໆນີ້".

ພ້ອມດຽວກັນ ທ່ານກໍວ່າ ທາງ MRC ກໍຍັງ ບໍ່ທັນ ໄດ້ຮັບ ກາຣຢືນຢັນ ເຖິງທ່າທີໃດໆ ຈາກ ທາງຣັຖບາລ ລາວ, ສະນັ້ນ ຈຶ່ງຈະຕ້ອງ ໄດ້ລໍຖ້າ ຜົລຂອງກາຣ ພິຈາຣະນາ ຈາກ ກາຣປະຊຸມ ຂອງ ຄນະ ຣັຖມົນຕຣີ ຂອງ ແຕ່ລະ ປະເທສ ໃນເຂຕລຸ່ມ ແມ່ນ້ຳຂອງ ທີ່ມີກຳໜົດ ຈັດຂຶ້ນ ໃນມື້ວັນ ທີ 7-9 ທັນວາ 2011 ນີ້. ທ່ານ ສຸລະສັກ ໄດ້ໃຫ້ ກາຣຊີ້ແຈງ ເພີ່ມວ່າ:

"ຄາວມີກາຣ ປະຊຸມ ຂອງ ຄນະກັມມະກາຣ ຜູ້ ປະຕິບັຕງານ ຂອງ ທັງ 4 ປະເທສ ເຂຕລຸ່ມ ແມ່ນ້ຳຂອງ ໃນເດືອນ ເມສາ ຜ່ານມາ ກໍບໍໍ່ສາມາຕ ຕົກລົງ ກັນໄດ້ ເພາະສະນັ້ນ ຈຶ່ງຈະຕ້ອງ ໄດ້ລໍຖ້າ ກາຣຕົກລົງ ຂອງ ກອງປະຊຸມ ຄນະຣັຖມົນຕຣີ ໃນ ເດືອນໜ້າ ນີ້".

ກອງປະຊຸມ ຄນະຣັຖມົນຕຣີ 4 ປະເທສ ເຂຕລຸ່ມ ແມ່ນ້ຳຂອງ ຈະໄດ້ຈັດຂຶ້ນ ຢູ່ ເມືອງສຽບຣຽບ ກັມພູຊາ ໃນຕົ້ນເດືອນ ທັນວາ ນີ້ ແລະ ຄາດວ່າ ອາຈຈະມີ ຂໍ້ສຣຸບ ສຳລັບ ໂຄງກາຣ ກໍ່ສ້າງເຂື່ອນ ໄຟຟ້າ ໄຊຍະບູຣີ ທີ່ມີກາຣ ຕໍ່ຕ້ານ ຈາກ ຫລາຍປະເທສ ຢູ່ຕລອດມາ.