ກົດຟັງສຽງ
ທາງການ ສປປລາວ ຖແລງວ່າ ການຈ່າຍເງິນ ຄ່າຊົດເຊີຽ ແກ່ ປະຊາຊົນ ທີ່ຈະໄດ້ ຮັບຜົນ ກະທົບ ຈາກ ໂຄງການ ສ້າງເຂື່ອນ ໄຟຟ້າ ນໍ້າອູ-2 ທີ່ ຈະສາມາດ ຜລິດ ກະແສ ໄຟຟ້າ ໄດ້ 120 Mw ນັ້ນຍັງ ຢູ່ໃນ ຂັ້ນຕອນ ພິຈາຣະນາ ຢູ່. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ທີ່ ນະຄອນຫລວງ ວຽງຈັນ ພາຍຫລັງ ການປະຊຸມ ທຸກພາກສ່ວນ ກ່ຽວຂ້ອງ ຕຣອດຮອດ ເຈົ້າໜ້າທີ່ ແຂວງ ເມື່ອອາທິດ ຜ່ານມານີ້ ຊື່ງ ກ່ຽວກັບ ຂັ້ນຕອນ ຕ່າງໆ ກ່ອນຈະເລີ້ມ ລົງມືສ້າງ:
"Sinohydro ທີ່ເປັນ ເຈົ້າຂອງ ໂຄງການ ກໍາລັງ ຢູ່ໃນຊ່ວງ ທີ່ວ່າ ພິຈາຣະນາ ຫົວໜ່ວຍ ຊົດເຊີຽ ເຣື້ອງ ຜົນກະທົບ ຢູ່, ມັນກໍານົດ ບໍ່ໄດ້ ເພາະວ່າ ຫລັງຈາກ ທີ່ວ່າ ຣັຖບານ ຕົກລົງ ຫົວໜ່ວຍ ຊົດເຊີຽ ຕ້ອງຖາມ ເຣື້ອງການ ຊົດເຊີຽ ຈື່ງຈະໄປ ເຖິງຊ່ວງ ການ ກໍ່ສ້າງໄດ້".
ທ່ານວ່າ ຈາກການ ປະເມີນ ເບື້ອງຕົ້ນ ອາດຈະດໍາເນີນ ການກໍ່ສ້າງ ໄດ້ພາຍໃນ ປີໜ້າ ແຕ່ວ່າ ກ່ອນ ຈະລົງມື ກໍ່ສ້າງໄດ້ ກໍຕໍ່ເມື່ອ ສາມາດ ອົພຍົບ ປະຊາຊົນ ແລະ ຈ່າຍຄ່າ ຊົດເຊີຽ ໃຫ້ເຂົາເຈົ້າ ໝົດ ເສັຽກ່ອນ. ທາງການລາວ ວ່າດຽວນີ້ ຄນະເຈົ້າໜ້າທີ່ ກ່ຽວຂ້ອງ ຈະດໍາເນີນ ຂັ້ນຕອນການ ປືກສາຫາລື ກັບ ປະຊາຊົນ ເພຶື່ອໃຫ້ ປະຊາຊົນ ຮັບຮູ້ວ່າ ຈະມີຜົນ ກະທົບ ແນວໃດແດ່ ຕໍ່ຊາວບ້ານ ທີ່ ອາໄສຢູ່ ໃກ້ ບໍຣິເວນ ເຂື່ອນ ແລະ ຕໍ່ສິ່ງ ແວດລ້ອມ ຕຣອດຮອດ ສິດທິ ຂອງ ປະຊາຊົນ ທີ່ຄວນຈະ ໄດ້ຮັບ ຫລັງຈາກຖືກ ໂຍກຍ້າຍ ແລ້ວ.
ເຖິງຢ່າງໃດ ກໍດີ ທາງການລາວ ບໍ່ໄດ້ ເປີດເຜີຽ ລາຍລະອຽດ ກ່ຽວກັບ ສັນຍາຕ່າງໆ ທີ່ ຣັຖບານ ລາວ ລົງນາມ ກັບ ບໍຣິສັດ ຈີນ. ໂຄງການ ສ້າງເຂື່ອນ ນໍ້າອູ ທີ່ວ່ານີ້ ຕັ້ງຢູ່ ລະຫ່ວາງ ເມືອງງອຍ ກັບ ເມືອງ ນໍ້າບາກ ຫ່າງຈາກ ປາກອູ ເມືອງ ຫລວງພຣະບາງ ໄປທາງທິດ ເໜືອ ປະມານ 50 Km ກ່ວາໆ ແລະ ເປັນນື່ງໃນ ຈໍານວນ ທັງໝົດ 7 ເຂື່ອນທີ່ ບໍຣິສັດ Sino Hydro ຈາກປະເທດຈີນ ຈະສ້າງໃສ່ ແມ່ນໍ້າລໍາດຽວ.
ບໍຣິສັດ Sino Hydro ໄດ້ບັນລຸ ຂໍ້ຕົກລົງ ພັທນາ ໂຄງການ ກັບ ຣັຖບານ ລາວ ເມື່ອວັນທີ່ 15 ເດືອນ ຕຸລາ ປີ 2007. ທັງ 7 ເຂື່ອນ ສາມາດຜລິດ ກະແສ ໄຟຟ້າ ໄດ້ 1150 ກວ່າ ເມັກກາວັທ ແຕ່ ທາງການ ລາວ ວ່າ ປັດຈຸບັນ ບໍຣິສັດ Sinohydro ຈະສ້າງພຽງ ແຕ່ 3 ເຂື່ອນ ກ່ອນ ຄື: ເຂື່ອນນໍ້າອູ-2 ຢູ່ແຂວງ ຫລວງພະບາງ, ນໍ້າອູ 5 ແລະ 6 ຢູ່ ແຂວງ ຜົ້ງສາລີ.
