ເມືອງກະລຶມ ຈະໂຍກຍ້າຍ

ທາງການ ແຂວງ ເຊກອງ ມີແຜນການ ຕັ້ງເມືອງ ກະລຶມໃໝ່ ກ່ອນການ ສ້າງເຂື່ອນ ເຊກອງ 4

0:00 / 0:00

ກົດຟັງສຽງ

ຜແນກ ແຜນການ ແລະ ການລົງທຶນ ແຂວງ ເຊກອງ ກ່າວວ່າ ທາງແຂວງ ມີໂຄງການ ຈະສ້າງ ເມືອງກະລຶມ ແຫ່ງໃໝ່, ເພາະຄາດວ່າ ເມືອງກະລຶມ ຈະຖືກນໍ້າ ຖ້ວມ ຫລັງຈາກ ການກໍ່ສ້າງ ເຂື່ອນ ໄຟຟ້າ ເຊກອງ 4. ຫົວໜ້າ ຜແນກ ແຜນການ ແລະ ການລົງທຶນ ແຂວງເຊກອງ ອະທິບາຍວ່າ:

"ເມືອງກະລຶມ ນີ້ເຮົາ ຊິສ້າງຕັ້ງ ໃໝ່ ເພາະເມືອງ ກະລຶມ ເກົ່ານັ້ນ ຈະຖືກ ນໍ້າຖ້ວມ ຈາກການ ກໍ່ສ້າງເຂື່ອນ ໄຟຟ້າ ເຊກອງ 4. ເມືອງໃໝ່ ນີ້ ຈຸດປະສົງ ມັນຕ້ອງ ຍ້າຍ ປະຊາກອນ ອອກຈາກ ເຂດນໍ້າ ຖ້ວມກ່ອນ ສໍາຄັນ ວ່າຕ້ອງຍ້າຍ ເມືອງກ່ອນ ຍ້າຍ ປະຊາກອນ ຈາກນໍ້າຖ້ວມ ກ່ອນ ສ່ວນການ ກໍ່ສ້າງອື່ນໆ ກໍຊິເຮັດ ໄປພ້ອມໆ ກັບການ ກໍ່ສ້າງເຂື່ອນ".

ທ່ານເວົ້າ ຕໍ່ໄປວ່າ ໂຄງການ ສ້າງເຂື່ອນ ໄຟຟ້າ ເຊກອງ 4 ຈະເລີ້ມ ໃນປີ 2012 ແລະ ມີກໍາໜົດ ໃຫ້ແລ້ວ ພາຍໃນ ປີ 2018. ເມືອງກະລຶມ ໃໝ່ ຈະຕັ້ງຢູ່ ຫ່າງຈາກ ເມືອງເກົ່າ ໄປທາງທິດ ຕາເວັນອອກ ປະມານ 35 ກິໂລແມັດ. ຄາດວ່າ ງົບປະມານ ໃນການຍ້າຍ ໂຮງການ ຣາຊການ ແລະ ປະຊາກອນ ຂັ້ນທໍາອິດ ຈະຕົກຢູ່ ປະມານ 320 ຕື້ກີບ. ສ່ວນງົບປະມານ ທັງໝົດ ຮວມທັງການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ຈົນແລ້ວ ບໍຣິບູນ ຄາດວ່າ ຈະຮອດ 1,200 ຕື້ກີບ.

ເຂື່ອນ ໄຟຟ້າ ເຊກອງ 4 ຈະສາມາດ ຜລິດ ກະແສ ໄຟຟ້າໄດ້ 600 ເມັກກະວັດ. ບໍລິສັດ ຣັຖເຊັຍ ຖືຮຸ້ນ 80 ສ່ວນຮ້ອນ, ສ່ວນທີ່ເຫລືອ ແມ່ນ ຣັຖວິສາຫະກິດ ໄຟຟ້າ ລາວ ເປັນເຈົ້າຂອງ. ກະແສໄຟ ທີ່ຜລິດໄດ້ ຈະຂາຍ ໃຫ້ໄທ ແລະ ອີກສ່ວນນຶ່ງ ຈະຂາຍ ໃຫ້ ບໍລິສັດ ໄຟຟ້າ ວຽດນາມ.

ຕາມແຜນການ ກໍ່ສ້າງເຂື່ອນ ໄຟຟ້າ ເຊກອງ 4 ຄາດວ່າ ປະຊາຊົນ ປະມານ 4,000 ຄົນໃນ ຈໍານວນ 600 ຄອບຄົວ ຈະໄດ້ຮັບ ຜົນກະທົບ, ດັ່ງນັ້ນ ຣັຖບານ ຈຶ່ງຕ້ອງໄດ້ ກະຕຽມ ແຜນການ ໂຍກຍ້າຍ ປະຊາຊົນ, ສ້າງເມືອງໃໝ່ ແລະ ບ່ອນຢູ່ ອາສັຍ ໃຫ້ທັນ ກັບຄວາມ ຕ້ອງການ ຂອງຂະເຈົ້າ.