ຊາວໄທຕໍ່ຕ້ານ ເຂື່ອນ ໄຊຍະບູຣີ

ຊາວໄທ ໂຮມຊຸມນຸມ ປະທ້ວງ ແລະ ຄັດຄ້ານ ການສ້າງ ເຂື່ອນ ໄຊຍະບຸຣີ ຂອງ ສປປລາວ.

0:00 / 0:00

ກົດຟັງສຽງ

ຊາວໄທ ທີ່ ອາໄສ ຢູ່ຕາມ ແມ່ນ້ຳຂອງ ປະມານ 500 ຄົນ ໄດ້ພາກັນ ໂຮມຊຸມນຸມ ຢູ່ກາງ ເມືອງໜອງຄາຍ ເມື່ອ ວັນອັງຄານ ພາຍໃຕ້ ການນຳພາ ຂອງ ອົງການ ເຄືອຂ່າຍ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ຈາກ 7 ແຂວງ ໃນພາກ ອີສານ ຂອງໄທ. ພວກປະທ້ວງ ຕໍ່ຕ້ານ ການສ້າງ ເຂື່ອນ ຕັນ ແມ່ນໍ້າຂອງ ແລະ ຮຽກຮ້ອງ ໃຫ້ ຣັຖບານ ລາວ ຍົກເລີກ ການສ້າງເຂື່ອນ ໄຊຍະບຸຣີ ແລະ ຂໍໃຫ້ ທຸກຝ່າຍ ຊ່ວຍກັນ ປົກປັກຮັກສາ ແມ່ນ້ຳຂອງ.

ນອກຈາກນັ້ນ ຜູ້ຕາງໜ້າ ພວກປະທ້ວງ ຍັງໄດ້ ມອບຈົດໝາຍ ຮຽກຮ້ອງ ໃຫ້ ຣັຖບານໄທ ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບຸຣີ ແລະ ໃຫ້ຍຸດຕິ ການກໍ່ສ້າງ ເຂື່ອນ ແມ່ນ້ຳຂອງ ດັ່ງກ່າວ ທັນທີ. ທ່ານ ອິດທິພົນ ຄຳສຸກ ເລຂາທິການ ເຄື່ອຂ່າຍ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ກ່າວວ່າ ເຄື່ອຂ່າຍ ມີຄວາມ ວິຕົກ ກັງວົນ ຢ້ານການ ສ້າງເຂື່ອນ ໄຊຍະບຸຣີ ຢູ່ລາວ ຈະສົ່ງ ຜົນກະທົບ ຕໍ່ ຣະບົບ ນິເວດ ປາ ພັນປາ ສິ່ງແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຕາມລຳ ແມ່ນ້ຳຂອງ. ສຸດທ້າຍ ທ່ານ ອິດທິພົນ ໄດ້ຮຽກຮ້ອງ ໃຫ້ມີການ ໂຈະ ຫລື ຍົກເລີກ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ແລະ ຂໍໃຫ້ ປະຊາຊົນ ຮ່ວມກັນ ຕ້ານການ ສ້າງເຂື່ອນ ດັ່ງກ່າວ ໃຫ້ໄດ້.

ໜັງສືພິມ ຜູ້ຈັດການ ຂອງໄທ ຣາຍງານວ່າ ເຄື່ອຂ່າຍ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ໄດ້ຕິດຕາມ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ຂອງລາວ ຢ່າງ ໃກ້ຊິດ ແລະ ຮູ້ວ່າ ບໍຣິສັດ ຊໍ ການຊ່າງ ຊຶ່ງເປັນ ບໍຣິສັດ ຍັກໃຫຍ່ ຂອງໄທ ເປັນຜູ້ ຮັບເໝົາ ກໍ່ສ້າງ ແລະ ມີ ທະນາຄານ ໄທ 4 ແຫ່ງ ໃຫ້ການ ສນັບສນູນ ທາງດ້ານ ເງິນທຶນ; ສ່ວນການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຫລື Egat ຈະເປັນຜູ້ ຮັບຊື້ ໄຟຟ້າ ເກືອບທັງໝົດ ຈາກ ເຂື່ອນ ໄຊຍະບຸຣີ ດັ່ງກ່າວ.