ແປດແຂວງລຸ່ມນໍ້າຂອງ ຈະສົ່ງຟ້ອງຣັຖບານໄທຽ

ສະພາອົງກອນ 8 ແຂວງ ໃນເຂຕລຸ່ມ ແມ່ນໍ້າຂອງ ຕຣຽມຍື່ນ ກ້ານຟ້ອງ ຣັຖບາລໄທຽ ກ່ຽວກັບ ເຂື່ອນ ໄຊຍະບູຣີ.

0:00 / 0:00

ຫລັງຈາກ ສະພາ ອົງກອນ ຊຸມຊົນ 8 ແຂວງ ໃນເຂຕລຸ່ມ ແມ່ນໍ້າຂອງ ພາຄອີສານ ຂອງໄທຽ ໄດ້ຈັດ ກອງປະຊຸມ ກ່ຽວກັບ ສະຖານະກາຣ ຊັພຍາກອນ ທັມຊາຕ ແລະ ເຂື່ອນ ໄຊຍະບູຣີ ຂຶ້ນຢູ່ທີ່ ແຂວງໜອງຄາຍ ໃນມື້ວັນທີ່ 4 ມີຖຸນານີ້ ແລະ ມີກາຣຮັບຮູ້ ກັນວ່າ ທາງກາຣ ສປປລາວ ມີກາຣໂຈະ ກາຣລົງມື ສ້າງເຂື່ອນ ໄຊຍະບູຣີ ໄວ້ກ່ອນ ແຕ່ທາງ ກອງປະຊຸມ ກໍມີ ມະຕິວ່າ ທາງສະພາ ອົງກອນ ຊຸມຊົນ ທັງ 8 ແຂວງ ຍັງຈະສືບຕໍ່ ຍື່ນຟ້ອງ ຣັຖບາລໄທຽ ພາຍໃນ ເດືອນໜ້ານີ້ ດັ່ງຜູ້ຕາງໜ້າ ໄດ້ແຈ້ງຕໍ່ທາງ ເອເຊັຽເສຣີວ່າ:

ທ່ານວ່າ "ມື້ວານນີ້ ມີກາຣແຖລງຂ່າວ ກ່ຽວກັບເຂື່ອນ ໄຊຍະບູຣີ ທີ່ທາງກາຣລາວ ອາຈຈະບອກວ່າ ຈະໂຈະໄວ້ ແລະ ຈະມີກາຣ ແຖລງຂ່າວ ກັນອີກເທື່ອໃໝ່ ໃນມື້ວັນທີ່ 9 ເດືອນໜ້ານີ້ ແລະ ກໍຈະມີ ກາຣຍື່ນ ເອກສາຣຟ້ອງໃນມື້ວັນທີ່ 13 ມິຖຸນາ ນີ້ຢູ່ທີ່ ບາງກອກ".

ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບເຣື່ອງ ກາຣຟ້ອງຮ້ອງ ນັ້ນ ທາງສະພາ ອົງກອນ ຊຸມຊົນ 8 ແຂວງ ໃນເຂຕລຸ່ມ ແມ່ນໍ້າຂອງ ກໍຈະປະກອບ ສຳເນົາ ເພື່ອຮຽກຮ້ອງ ໃຫ້ຍົກເລີກ ໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວ ແລະ ໂຄງກາຣ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ໃນເຂຕອື່ນໆ ນຳດ້ວຍ ຈົນກວ່າຈະມີ ກາຣສຶກສາ ວິຈັຍ ກ່ຽວກັບ ຜົລກະທົບ ຕໍ່ຊຸມຊົນ ແລະສັງຄົມ ໃນປະເທສ ລຸ່ມ ແມ່ນໍ້າຂອງອື່ນໆ ຈະແລ້ວ ສຳເຣັຈເສັຍກ່ອນ.

ໃນຂນະດຽວກັນ ທ່ານກໍໄດ້ເນັ້ນ ເຣື່ອງກາຣຮຽກຮ້ອງ ໃຫ້ທາງ ຣັຖບາລໄທຽ ໄດ້ເປີດເຜີຍ ຂໍ້ມູລ ຂອງໂຄງກາຣ ແລະ ນະໂຍບາຍຕ່າງໆ ເພື່ອໃຫ້ ປະຊາຊົນ ທຸກພາຄສ່ວນ ກ່ຽວຂ້ອງ ໄດ້ຮູ້ນຳ ພ້ອມກັບ ຮຽກທວງໃຫ້ ຜູ້ທີ່ກໍ່ໃຫ້ເກີດ ຜົລກະທົບ ທຸກຢ່າງນັ້ນ ຈະຕ້ອງ ຮັບຜິດຊອບ ແລະ ຖ້າຫາກວ່າ ທາງຣັຖບາລໄທຽ ຍັງຈະບໍ່ ປະຕິບັຕຕາມ ກໍວ່າຈະພາກັນ ປະທ້ວງ ຄັ້ງໃຫຍ່ ດ້ວຍກາຣ ໂຮມຊຸມນຸມ ອັດຂົວ ມິຕພາບ ລາວ-ໄທຽ ຣະຫວ່າງ ນະຄອນຫລວງ ວຽງຈັນ ແລະ ໜອງຄາຍ ໄປຈົນກວ່າ ທາງຣັຖບາລ ຈະຍອມ ປະຕິບັຕ ຕາມຄໍາຮຽກຮ້ອງ ດັ່ງກ່າວນີ້.