ຫລັກຫມາຍເຂດແດນ ລາວ-ວຽດນາມ

ແຂວງກວາງຈີ ວຽດນາມ ເລີ້ມສ້າງ ຫລັກຫມາຍ ເຂດແດນ ຂນາດໃຫຍ່ ໃສ່ກັບ ຊາຍແດນລາວ.

0:00 / 0:00

​ເຈົ້າ​ຫນ້າ​ທີ່ ​ແຂວງ​ຊາຍ​ແດນພາກ​ກາງ​ວຽດນາມ ​ແຂວງ​ກວາງ​ຈີ ​ແລະ ​​ແຂວງ​ສາຣະວັນສປປລາວ ​ໄດ້​​ເລີ້​ມ ລົງ​ມືສ້າງຫລັກ​ຫມາຍ​ເຂດ ​ແດນ​ຂນາດໃຫຍ່ຫລັກທີ 635 ຣະຫວ່າງ​ສອງ​ແຂວງ ​ຂຶ້ນ​ໃນ​ວັນ​ທີ 3 ກັນຍາ.

ຫລັກ​ຫມາຍ​ຊາຍ​ແດນ ​ເລກທີ 635 ດັ່ງກ່າວ ​ແມ່ນ​ຕັ້ງຢູ່ ​ບໍຣິເວນ ​ດ່ານ​ເຂົ້າ​ອອກຣະ​ຫວ່າງ​ສອງ ​ປະ​ເທດທີ່ບ້ານ​ລາ​​ເລ ​ເຂ​ດຊຸມ​ຊົນ​ໂຫງ້ ​ເມືອງ​ດັກ​ຈຶງ ​ແຂວງ​ກວງ​ຈີການກໍ່ສ້າງ​ ຄາດ​ວ່າຈະ​ສໍາ​ເຣັດ ​ໃນ​ວັນ​ທີ 2​ ທັນວາ.

ເລີ້ມ​ແຕ່​ປີ2008 ​​ເປັນ​ຕົ້ນມາ ​ແຂວງ​ກວາງ​ຈີ ​​ສໍາ​ເຣັດ​ການ ​ປັກ​ຫລັກ​ຫມາຍ ​ເຂດ​ແດນ​ກັບ ​ແຂວງ ​ສາຣະວັນ​ແລ້ວ 22 ຫລັກ ​ໃນ​ຈໍານວນ 62 ຫລັກ. ​ແຂວງດັ່ງກ່າວຍັງ​ມີ​ແຜນການ ​ຈະ​ປັກ​ຫລັກ ຫມາຍ​ເຂດ​ແດນ ​ເພີ້​ມ ອີກ 14 ຫັລກກັບລາວ ​ເລິ້ມ​ແຕ່​ນີ້​ໄປ​ ຈົນ​ຮອດ​ທ້າຍ​ປີ.

ຕາມ​ແຜນການ ​ທີ່​ໄດ້​ວາງ​ໄວ້ ​ແຂວງ​ກວາງ​ຈີຈະ​​ປັກ​ຫລັກ ​ຫມາຍ​ເຂດ​ແດນຂນາດໃຫ່ຍ 2 ຫລັກຂນາດກາງ 26 ຫລັກ ​ແລະຂນາດນ້ອຍ ​​ໃຫ້ແລ້ວ 34 ຫລັກ ​ໃນ​ຣະຍະ​ ທາງ​ຍາວ​ປະມານ206 ກິ​ໂລ​ແມ​ດຂອງຊາຍ​ແດນ ຣະຫວ່າງ ​ແຂວງ​ສາຣະວັນ ກັບ ແຂວງ​ກວາງ​ຈີ.