ດ່ານຜ່ານແດນແຂວງບໍ່ແກ້ວ

ແຂວງບໍ່ແກ້ວ ຍັງບໍ່ໄດ້ ຮັບຊາບ ຂ່າວ ເລື້ອງການເປີດ ດ່ານສາກົລ ຣະຫວ່າງ ຈີນກັບລາວ 24 ຊົ່ວໂມງ.

0:00 / 0:00

ທາງການ ກ່ຽວຂ້ອງ ແຂວງບໍ່ແກ້ວ ວ່າ ຍັງບໍ່ເຄີຍ ໄດ້ຮັບຊາບ ເລື້ອງການເປີດ ດ່ານຊາຍແດນ ສາກົລ ໃນເມືອງບໍ່ເຕັນ ແຂວງ ຫລວງນໍ້າທາ ກັບເມືອງ ບໍ່ຫານ ຂອງຈີນ 24 ຊົ່ວໂມງ. ຖ້າແຂວງ ຫລວງນໍ້າທາ ເປີດ 24 ຊົ່ວໂມງ ແຂວງບໍ່ແກ້ວ ກໍຄວນໄດ້ຮັບ ຣາຍງານຢ່າງ ເປັນທາງການ ເພາະເປັນດ່ານ ທີ່ສໍາຄັນ ມີຄົນຈີນ ເຂົ້າ-ອອກ ຈໍານວນຫລາຍ ໂດຍສ່ວນໃຫຍ່ ຜ່ານຫລວງນໍ້າທາ ໄປຮອດບໍ່ແກ້ວ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກ່ຽວຂ້ອງ:

"ຍັງມີ ຈໍາກັດຢູ່ ຍັງບໍ່ທັນ 24 ຊົ່ວໂມງເທື່ອ ຕອນນີ້ ດຽວນີ້ ປົກກະຕິ ກໍບໍ່ເກີນ 6 ໂມງແລງ ຢູ່ດ່ານສາກົລ ແຕ່ຕອນນີ້ ກໍບໍ່ຮູ້ເດີ້ ທາງແຂວງບໍ່ແກ້ວ 6 ໂມງກໍປິດ ແຕ່ນັ້ນຂໍ້ມູນ ທາງພຸ້ນ ທາງນໍ້າທາ ເປີດ 24 ຊົ່ວໂມງ ກໍອາຈເຂົ້າມາໄດ້".

ທ່ານກ່າວ ເນັ້ນຕື່ມວ່າ ຫາກມີການ ເປີດດ່ານສາກົລ ຣະຫວ່າງກັນ 24 ຊົ່ວໂມງແທ້ ຕ້ອງມີການແຈ້ງ ຢ່າງເປັນທາງການ ຈາກທາງ ຣັຖບານລາວ ໂດຍສະເພາະ ຢ່າງຍິ່ງ ການເປີດໃຫ້ ຄົນຈີນ ເຂົ້າມາໄດ້ ຈໍາເປັນຕ້ອງ ມີກົດຣະບຽບ ແຈ້ງອອກເປັນ ຄໍາປະກາດ ບັງຄັບໃຊ້ ທົ່ວປະເທດ ແລະ ຂ່າວທີ່ວ່າ ເປີດດ່ານມາ ຕັ້ງແຕ່ ເດືອນ ເມສາ ກໍເປັນເລື້ອງໃຫຍ່ ສໍາລັບ ປະຊາຊົນລາວ ແຕ່ບໍ່ປາກົດ ມີຂ່າວຫຍັງ ຊຶ່ງທ່ານເອງ ເຫັນວ່າຄວນມີ ການກວດສອບ ຂໍ້ເທັດຈິງ ແລະຣາຍງານ ໃຫ້ທຸກຝ່າຍ ໄດ້ຮັບຮູ້.

ທ່ານ ຄໍາຣຽນ ຕັນຍາແກ້ວ ຫົວໜ້າຫ້ອງການ ຜແນກຕ່າງ ປະເທດ ແຂວງຫລວງນໍ້າທາ ໃຫ້ຂໍ້ມູນວ່າ ເລື້ອງການເປີດດ່ານ ຊາຍແດນສາກົລ ລາວ-ຈີນ 24 ຊົ່ວໂມງ ເປັນຄວາມຈິງ. ທາງແຂວງ ຫລວງນໍ້າທາ ໄດ້ເລີ້ມ ທົດລອງເປີດ ຕັ້ງແຕ່ເດືອນ ເມສາ ແຕ່ບໍ່ປະສົບ ຄວາມສໍາເຣັດ ເພາະທາງຝ່າຍຈີນ ທີ່ ແຂວງຍຸນນ່ານ ບໍ່ມີຄໍາສັ່ງ ເຫັນຊອບ ໃຫ້ເປີດ 24 ຊົ່ວໂມງ ຄືຝ່າຍລາວ.