ລາວ ບໍ່ຄວນຂຍາຍ ເນື້ອທີ່ປູກຢາງ ພາຣາ
2008.12.22
ປັດຈຸບັນນີ້ ໂຄງການ ປູກຕົ້ນຢາງພາຣາ ຍັງສືບຕໍ່ ໄປຢ່າງກ້ວາງຂວາງ ຢູ່ໃນ ສປປ ລາວ ເປັນຕົ້ນ ຢູ່ແຂວງສວັນະເຂດ. ບໍຣິສັດ ວາຊາ ສີຣູໂກ ຊື່ງເປັນ ບໍຣິສັດ ປູກຕົ້ນຢາງ ຂະນາດໃຫ່ຽ ຂອງວຽດນາມ ໄດ້ເຂົ້າມາລົງທືນ ໃນມູນຄ່າ ເບື້ອງຕົ້ນ ປະມານ 730 ລ້ານ ໂດລາສະຫະຣັຖ ໂດຍຈະໃຊ້ ເນື້ອທີ່ປູກ 4,900 ເຮັກຕາ ສ່ວນນື່ງ ຢູ່ໃນເຂດເມືອງພີນ ແລະ ເມືອງເຊໂປນ ຊື່ງເປັນເມືອງ ຕິດກັບ ຊາຍແດນ ຂອງວຽດນາມ. ການລົງທືນ ມີກໍານົດ 30 ປີ ເທົ້າໆ ກັບອາຍຸ ຂອງຕົ້ນຢາງ, ຕາມລາຍງານ ຈາກນະຄອນຫລວງ ວຽງຈັນ.
ລາຍງານວ່າ ໃນປີຜ່ານມາ ແຂວງສວັນະເຂດ ໄດ້ສູນເສັຽ ເນື້ອທີ່ດິນ ຊື່ງເປັນ ປ່າອານຸຣັກ ຈໍານວນຫລາຍ ເຮັກຕາ ຍ້ອນວ່າ ບໍ່ໄດ້ມີການກວດກາ ສືກສາ ຜົນກະທົບ ກ່ອນຈະ ອານຸຍາດ ໃຫ້ລົງທືນ. ເຣື້ອງນີ້ ຊາວລາວ ຫລາຍຄົນ ກໍຍັງຂັດຂ້ອງ ຢູ່ວ່າ ເປັນຫຍັງ ຣັຖບານ ຈື່ງຂະຫຍາຍ ການປູກຕົ້ນຢາງ ໃນທົ່ວປະເທດ ຫລາຍແທ້ໆ ທັ້ງໆທີ່ ເມື່ອເດືອນພືດສະພາ ປີ 2007 ຣັຖບານ ໄດ້ອອກຄໍາສັ່ງ ໃຫ້ຍຸດຕິ ການໃຫ້ສັມປະທານ ທີ່ດິນ ສໍາລັບປູກຕົ້ນໄມ້ ອຸດສະຫະກໍາ ແກ່ບໍຣິສັດ ຕ່າງປະເທດ ເປັນການຊົ່ວຄາວ ຈົນກ່ວາ ຈະມີການສໍາຣວດ ແລະ ສືກສາ ຜົນໄດ້ ແລະ ຜົນເສັຽ ຢ່າງລະອຽດ ເສັຽກ່ອນ.
ທ່ານ ທອງພັດ ວົງມະນີ ຮອງຫົວໜ້າ ກົມປ່າໄມ້ ໄດ້ກ່າວວ່າ ນັບແຕ່ ປີ 2007 ເປັນຕົ້ນມາ ທາງການ ໄດ້ອານຸຍາດ ໃຫ້ປູກຢາງພາຣາໄດ້ ໃນທີ່ດິນ ທີ່ມີ ປະຣິມານ ໄມ້ຕໍ່າກ່ວາ 30 ແມັດກ້ອນ ລົງມາ ຕໍ່ນື່ງເຮັກຕາ ເທົ່ານັ້ນ. ຕໍ່ມາ ເມື່ອຕົ້ນເດືອນພືດສະຈີກາ ຜ່ານມານີ້ເອງ ຣັຖບານ ຍັງໄດ້ອານຸຍາດ ໃຫ້ນັກລົງທືນ ວຽດນາມ ແລະ ໄທ ເຊົ່າທີ່ດິນ 3,000 ເຮັກຕາ ໃນເຂດເມືອງໂຂງ ແຂວງຈໍາປາສັກ ໃນນັ້ນ ມີເນື້ອທີ່ ປ່າອານຸຣັກ ປະມານ 300 ເຮັກຕາ.
ເມື່ອບໍ່ດົນມານີ້ ນັກລົງທືນ ຕ່າງປະເທດ ໄດ້ສະແດງ ຄວາມສົນໃຈ ສ້າງໂຄງການ ປູກຕົ້ນ ຢາງພາຣາ ຂນາດໃຫ່ຽອີກ ຢູ່ເຂດພູພຽງ ບໍຣິເວນ ເມືອງປາກຊ່ອງ. ບໍ່ພໍເທົ່າໃດປີ ຜ່ານມານີ້ ການອານຸມັດ ໃຫ້ບໍຣິສັດ ຕ່າງປະເທດ ປູກຕົ້ນຢາງພາຣາ ເພີ້ມຂື້ນ ຢ່າງວ່ອງໄວ ແລະ ມາເຖິງ ປັດຈຸບັນນີ້ ເນື້ອທີ່ອານຸມັດ ໃຫ້ປູກຕົ້ນຢາງ ພາຣາ ໃນລາວ ໄດ້ມີເຖິງ 200,000 ເຮັກຕາ ຊື່ງນັກຊ່ຽວຊານລາວ ຫລາຍທ່ານ ເຫັນວ່າ ບໍ່ເຫັນ ສົມຄວນ ໃຫ້ຂະຫຍາຍຕື່ມ. ຍັງບໍ່ເທົ່ານັ້ນ ຣັຖບານລາວ ຍັງຈະຂະຫຍາຍ ເນື້ອທີ່ ປູກຕົ້ນຢາງ ພາຣາ ໃຫ້ເຖິງ 300,000 ເຮັກຕາ ຕື່ມອີກ. ນັກຊ່ຽວຊານລາວ ວ່າ ຣັຖບານ ລາວ ມີນະໂຍບາຍ 3+2 ໃນການສົ່ງເສີມ ປູກຕົ້ນຢາງ ພາຣາ ໃນປະເທດ.
ພາຍໃຕ້ ນະໂຍບາຍນີ້ ນັກລົງທືນ ເປັນຜູ້ສະໜອງ ທືນຮອນ ເທັກນິກ ແລະ ວິຊາ ການປູກ ພ້ອມທັງ ເປັນຜູ້ ຫາຕລາດ, ສ່ວນປະຊາຊົນ ເປັນຜູ້ສະໜອງດິນ ແລະ ແຮງງານ. ໃນຄວາມເປັນຈິງແລ້ວ ຫລາຍໂຄງການ ໄດ້ດໍາເນີນ ໄປພາຍໃຕ້ ຮູບແບບ 4+1 ໂດຍບັງຄັບ ໃຫ້ປະຊາຊົນ ຂາຍທີ່ດິນ ຂອງຕົນ ແລ້ວຕົກ ເປັນທາດ ແຮງງານ ຂອງໂຄງການ. ອັນນີ້ ບໍ່ເອີ້ນວ່າ ໂຄງການ ຫລຸດຜ່ອນ ຄວາມຍາກຈົນ.