ເຈົ້າໜ້າທີ່ ຫ້ອງການ ສິ່ງແວດລ້ອມ ແຂວງ ຝົ້ງສາລີ ໄດ້ເວົ້າເຖິງ ກຸ່ມບໍລິສັດ ນັກລົງທຶນ ຈາກປະເທດຈີນ ທີ່ເຂົ້າມາ ຂໍສັມປະທານ ພື້ນທີ່ດິນ ແລະ ລົງທຶນ ຮ່ວມກັບ ປະຊາຊົນ ເພື່ອ ປູກຢາງພາຣາ ແລະໄດ້ເວົ້າ ເຖິງສະຖານະການ ໃນປັດຈຸບັນວ່າ:
ລະຍະນີ້ ຢູ່ໃນເຂດ ຕິດຕາມ ກວດກາກ່ອນ ການຈັດສັນ ພື້ນທີ່ດິນ ກະກຽມພື້ນທີ່ ຢູ່ປະມານ 5,000 ກວ່າເຮັກຕາ ຢູ່ໃນທົ່ວແຂວງ ກ່ຽວກັບການ ປູກຢາງພາຣາ ກ່ອນກຽມພື້ນ ທີ່ນີ້ໄດ້ ລົງສໍາຣວດ ວັດແທກໃຫ້ ພາກສ່ວນ ນັກລົງທຶນຈີນ ເຈົ້າໜ້າທີ່ ໄດ້ເວົ້າຕື່ມວ່າ ໄດ້ມີການ ຈັດພື້ນທີ່ ເພື່ອຕັ້ງ ສໍານັກງານ ຂອງບໍລິສັດ, ພື້ນທີ່ ສໍາລັບສວນກ້າ, ພື້ີນທີ່ ສໍາລັບເພາະ ແນວພັນ, ພື້ີນທີ່ ສໍາລັບໄວ້ ເປັນສວນທົດລອງ. ສຳລັບພື້ີນທີ່ ທີ່ເປັນຂອງ ປະຊາຊົນ ທາງການ ກ່ຽວຂ້ອງ ກໍໄດ້ ສອບຖາມເຖິງ ຄວາມ ສມັກໃຈ ຂອງຂະເຈົ້າ ແລະໄດ້ເຮັດ ສັນຍາ ບັນທຶກ ລະຫວ່າງ ກຸ່ມບໍລິສັດ ລົງທຶນ ແລະ ປະຊາຊົນແລ້ວ.
ການລົງທຶນ ປູກຢາງພາລາຄັ້ງນີ້ ຈະເປັນແບບ 2+3 ຊຶ່ງຈະ ມີເງື່ອນໄຂ ທີ່ແຕກຕ່າງ ກັນໄປ ລະຫວ່າງກຸ່ມ ປະຊາຊົນ ທີ່ເປັນເຈົ້າ ຂອງພື້ນທີ່ ແລະກຸ່ມບໍລິສັດ ລົງທຶນ ທີ່ເອົາແນວພັນ ຢາງພາລາມາ ເຜີຍແຜ່ ດັ່ງເຈົ້າໜ້າທີ່ ໄດ້ອະທິບາຍ ເງື່ອນໄຂ ລະຫວ່າງ 2 ກຸ່ມນີ້ວ່າ:
ຂອງປະຊາຊົນ ນັ້ນມີ 2 ເງື່ອນໄຂ ແຮງງານ ແລະພື້ນທີ່ ສໍາລັບ ບໍລິສັດນັ້ນມີ 3 ເງື່ອນໄຂ ມີເທກນິກ ວິຊາການ ແນວພັນ ແລະ ການຕລາດ ສໍາລັບ ບໍລິສັດ ຈີນທີ່ມາ ລົງທຶນປູກ ຢາງພາລາ ຢູ່ແຂວງ ຝົ້ງສາລີ ນັ້ນທັງໝົດມີ 12 ບໍລິສັດ ເປັນບໍລິສັດໃຫຍ່ ຂອງຈີນ ເຊັ່ນ ທຽນຫລຸຍແຢ ແລະ ຈີ້ຊຸຍຢຸ້ງອີ້ ເປັນຕົ້ນ ນອກນັ້ນ ກໍມີ ບໍລິສັດ ນ້ອຍໆ ອື່ນໆອີກ.
