ຄົນຕ່າງດ້າວ ເຮັດວຽກແບບ ບໍ່ມີອະນຸຍາດ ໃນລາວ

ທາງການລາວວ່າ ປັດຈຸບັນ ມີຄົນງານ ຕ່າງປະເທດ ເຮັດວຽກແບບ ບໍ່ມີອະນຸຍາດ ຢູ່ລາວ ຫລາຍກວ່າ 250,000 ຄົນ.

0:00 / 0:00

ມາຮອດປັດຈຸບັນນີ້ ກະຊວງສວັດດີການ ສັງຄົມຂອງ ສປປລາວ ປະກາດວ່າ, ມີຄົນງານຕ່າງດ້າວ ທີ່ຜິດກົດໝາຍ ຢູ່ລາວ ຫລາຍກວ່າ 250,000ຄົນ ແລະວ່າ ມີຄົນງານລາວ ຢ່າງນ້ອຍ 100,000ຄົນ, ລັກລອບໄປເຮັດວຽກ ຢູ່ປະເທດໄທ. ໃນຂນະທີ່ຕົວເລກ ຂອງໄທ ແຈ້ງວ່າ, ມີຄົນລາວລັກລອບ ເຂົ້າມາເຮັດວຽກ ແບບບໍ່ມີອະນຸຍາດ ຢູ່ໄທປະມານ 300,000ຄົນ ຊຶ່ງທັງ2ຝ່າຍ ຈະປະສານງານກັນ ເພື່ອຫາທາງແກ້ໄຂ.

ຄົນງານຕ່າງດ້າວ ຫລາຍກວ່າ 250,000 ຄົນ ທີ່ລັກລອບເຮັດວຽກຢູ່ ສປປລາວ ປັດຈຸບັນ ສ່ວນໃຫຍ່ ເປັນຄົນງານກໍ່ສ້າງ, ຄົນເສີມສວຍ ແລະ ວຽກງານອື່ນໆ.
ສຳລັບຄົນງານລາວ ທີ່ລັກລອບ ເຂົ້າໄປໄທນັ້ນ, ເວົ້າລວມແລ້ວ ແມ່ນມີ2ລັກສນະ ຄືເປັນຄົນງານປະຈຳ, ແລະ ຄົນງານຣະດູການ ຊຶ່ງສ່ວນໃຫຍ່ ເຮັດວຽກໃນ ອຸດສາຫະກັມ ການປະມົງ, ກໍ່ສ້າງ, ການກະເສຖ, ວຽກຕາມບ້ານເຮືອນ ແລະຕາມສຖານທີ່ ບໍຣິການຕ່າງໆ.

ກະຊວງສວັດດີການ ສັງຄົມຂອງ ສປປລາວ ເວົ້າວ່າ ຄົນງານລາວ ຈຳນວນນຶ່ງ, ເດີນທາງໄປເຮັດວຽກ ແບບບໍ່ມີ ອະນຸຍາດ ຢູ່ປະເທດໄທ ພາຍຫລັງ ການເກັບກ່ຽວເຂົ້າ ແລະ ໃນຊ່ວງຣະດູແລ້ງ. ສາເຫດທີ່ມີ ຄົນງານລາວ ຈຳນວນຫລວງຫລາຍ ເຂົ້າໄປເຮັດວຽກ ຢູ່ໄທ ແມ່ນຍ້ອນວ່າ ຄ່າຈ້າງແຮງງານ ໃນປະເທດໄທ ສູງກວ່າ ຢູ່ປະເທດລາວ ແລະຢູ່ລາວ ສວັດດີການ ກໍຍັງບໍ່ດີພໍ.

ແຕ່ເຖິງຢ່າງໃດ ກໍຕາມ, ຄົນງານລາວທີ່ ຜິດກົດໝາຍ ທີ່ວ່າມີຈຳນວນ ປະມານ 300,000ຄົນ ນັ້ນແມ່ນຕົກຢູ່ ໃນສະພາບທີ່ວ່າ ເວລາໃດຖືກ ທາງການໄທ ຈັບໄດ້ ກໍແມ່ນຈະຖືກ ສົ່ງກັບຄືນ ສປປລາວ.