ກົດຟັງສຽງ
ກົມ ອຸຕຸນິຍົມ ປະກາສ ເຕືອນ ປະຊາຊົນ ວ່າອາຈ ເກີດພັຍ ນ້ຳຖ້ວມ ຮອບໃໝ່ ຍ້ອນ ພາຍຸຝົນ ຈະພັດ ເຂົ້າມາ ຮອບໃໝ່ ເຮັດໃຫ້ ນ້ຳຖ້ວມ ຕາມແມ່ນ້ຳ ຫລາຍສາຍ ແລະ ອາຈຈະ ສາມາດ ທຳລາຍ ເຮືອນຊານ ບ້ານຊ່ອງ ຂອງ ປະຊາຊົນ ຕື່ມອີກ. ດັ່ງທ່ານ ສີທັນ ສຸດທິຈັກ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກສາຕ ທີ່ ນະຄອນຫລວງ ວຽງຈັນ ໄດ້ກ່າວວ່າ:
“ສະພາບ ອາກາສ ໃນຕໍ່ໜ້າ ແມ່ນເປັນຊ່ວງ ທີ່ຝົນ ຕົກຫລາຍ ທີ່ສຸດ ຂອງ ແຕ່ລະປີ ເພາະໄດ້ຮັບ ອິທທິພົລ ຈາກລົມ ມໍຣະສຸມ ຕາເວັນຕົກ ສ່ຽງໃຕ້ ຊຶ່ງອາຈຈະ ສົ່ງຜົລ ໃຫ້ລົມພາຍຸ ພັດຜ່ານ ລາວ ອີກເທື່ອໃໝ່ ຊຶ່ງ ຈະເຮັດໃຫ້ ຝົນຕົກ ຟ້າຄະນອງ ລົມແຮງ ຢູ່ ບໍຣິເວນ ທ້ອງຖິ່ນ ອາຈຈະເກີດ ມີນ້ຳຖ້ວມ ກະທັນຫັນ ໂດຽສະເພາະ ຢູ່ ບໍຣິເວນ ລຽບຕາມ ລຳແມ່ນ້ຳ ສາຂາ ຫລື ແມ່ນ້ຳຂອງ ມີ ສະພາບ ນ້ຳສຸ ແລະ ໄຫລແຮງ”.
ພ້ອມດຽວ ກັນນີ້ ທ່ານກໍວ່າ ຈາກ ສະພາບ ອາກາສ ທີ່ມີຄວາມ ກົດດັນ ຈາກ ທາງ ທະເລຈີນ ໃຕ້ ພັດເຂົ້າສູ່ ເຂຕອ່າວໄທຽ ກ່ອນທີ່ ຈະເຖີງ ເມືອງລາວ ທີ່ຄາດວ່າ ຈະເຮັດ ໃຫ້ເກີດ ມີຝົນ ຕົກໜັກ ຕື່ມອີກ ໃນແຕ່ ຣະຫວ່າງ ວັນທີ່ 17 ຫາ 30 ກໍຣະກະດາ ນີ້. ສະນັ້ນ ຈຶ່ງມີກາຣ ປະກາສ ເຕືອນ ເພື່ອໃຫ້ ປະຊາຊົນ ໃນທົ່ວ ປະເທສ ໃຫ້ມີກາຣ ເຝົ້າຣະວັງ ແລະ ຕຣຽມກາຣ ຮອງຮັບ ຜົລກະທົບ ຈາກ ພັຍນ້ຳຖ້ວມ ແລະ ສະພາບ ດິນເຈື່ອນ ຄັ້ງໃໝ່ ຕື່ມອີກ ໃນຂັ້ນ ຕໍ່ໄປນີ້.
