ແຂວງຄໍາມ່ວນ ໃນປັດຈຸບັນ ປະຣິມານນໍ້າ ໃນນໍ້າເທີນ ແລະ ເຊບັ້ງໄຟ ຢູ່ໃນຣະດັບ ສູງ ຖ້າຫາກວ່າ ມີພະຍຸລູກນື່ງ ພັດເຂົ້າມາ ມີຝົນຕົກໜັກ ແລະ ຣະດັບນໍ້າຂອງ ສູງຂື້ນ ຄິດວ່າ ບໍຣິເວນລຸ່ມ ເຂື່ອນນໍ້າເທີນ 2 ໂດຍສະເພາະ ຢູ່ຕາມ ລ່ອງເຊບັ້ງໄຟ ອາດມີຄວາມສ່ຽງ ຖືກນໍ້າຖ້ວມ. ດັ່ງທ່ານໄດ້ກ່າວວ່າ:
"ນໍ້າເທີນ 2 ຖ້າຫາກວ່າມີ ພາຍຸ ເຂົ້າລູກນື່ງນີ້ ກໍມີຄວາມສ່ຽງ ທີ່ຈະຖ້ວມສູງເນາະ ແຕ່ວ່າປີນີ້ ຍັງບໍ່ທັນຖ້ວມ ຣະດັບນໍ້າ ໃນຊ່ວງເດືອນ 6 ຜ່ານມາ ດຽວນີ້ ຂື້ນຫລາຍເນາະ ເພາະ ຝົນຕົກຫລາຍ ຖ້າວ່ານໍ້າຂອງບົກ ກໍໂອເຄ ບໍ່ມີບັນຫາຫຍັງ ຖ້າວ່ານໍ້າຂອງ ຂື້ນນີ້ ນໍ້າເຊນີ້ ກໍຕ້ອງຍື່ງຂື້ນມາ".
ທ່ານໄດ້ກ່າວ ເຣື້ອງນີ້ ແມ່ນຫລັງຈາກ ໄດ້ລົງໄປ ສໍາຣວດເບິ່ງ ສະຖານະການນໍ້າ ຢູ່ໃນບໍຣິເວນ ເທິງເຂື່ອນ ນໍ້າເທີນ 2 ແລະລຸ່ມເຂື່ອນ ຊື່ງເປັນບໍຣິເວນ ທີ່ເຄີຽຖືກນໍ້າຖ້ວມ ເປັນ ປະຈໍາ ໃນຣະດູຝົນ ເຊັ່ນປີກາຍນີ້ ແຂວງຄໍາມ່ວນ ຖືກນໍ້າຖ້ວມໜັກ ພື້ນທີ່ປູກເຂົ້າ ໄດ້ຮັບ ຄວາມເສັຽຫາຍ ເຖິງ 37,000 ha.
ທາງວິທຍຸ ເອເຊັຽເສຣີ ໄດ້ໂທຣະສັບ ສອບຖາມຂ່າວ ຈາກ ປະຊາຊົນ ໃນເມືອງຍົມມະລາດ ແລະ ໄດ້ຂ່າວມາວ່າ ປັດຈຸບັນ ນໍ້າເທີນ ແລະ ນໍ້າເຊບັ້ງໄຟ ຢູ່ໃນຣະດັບສູງ ຊາວບ້ານ ຢູ່ໃນເຂດ ທີ່ເຄີຽຖືກນໍ້າຖ້ວມ ສ່ວນຫລາຍ ບໍ່ເຮັດນາປີ ບາງຈໍາພວກ ກໍເລີ້ມຕຣຽມ ໂຍກຍ້າຍ ໄວ້ລ່ວງໜ້າ ຫາກເກີດມີ ພະຍຸເຂົ້າ ກໍຈະບໍ່ຖືກ ເສັຽຫາຍຫຼາຍ:
"ທີ່ຜ່ານມາ 2 ອາທິດ ຫລັງພະຍຸ ເຂົ້ານ້ອຍນື່ງ ເບິ່ງນໍ້າ ກໍວ່າຄືຈະຫລາຍຂື້ນ ນໍ້າຝົນ ນໍ້າຫຍັງ ຂື້ນ 2-3 ມື້ຫລັງນີ້ແຫລະ".
ທ່ານວ່າ ປະຊາຊົນ ໃນແຂວງຄໍາມ່ວນ ທີ່ເຄີຽຖືກນໍ້າຖ້ວມ ໃນແຕ່ລະປີ ດຽວນີ້ ກໍພາກັນ ລະມັດລະວັງ ຂື້ນຫລາຍ ສ່ວນທາງການລາວ ກໍໄດ້ປ່າວເຕືອນ ໃຫ້ປະຊາຊົນ ຕິດຕາມ ຂ່າວ ພຍາກອນ ອາກາດ ຢູ່ເລື້ອຍໆ.
