ກົດຟັງສຽງ
ພະນັກງານ ຣັຖ ທີ່ແຂວງ ວັງວຽງ ບົກພ່ອງ ຕໍ່ຫນ້າທີ່ ຂອງຕົນ ໂດຍການ ອອກເອກສານ ຢັ້ງຢືນ ໃຫ້ຄົນຕ່າງຊາດ ສາມາດ ປະກອບ ທຸຣະກິດ ໄດ້ຢ່າງສະບາຍ, ຈື່ງເຮັດໃຫ້ ຊາວຕ່າງຊາດ ເຂົ້າມາຕັ້ງ ຮ້ານຄ້າ ໃນເມືອງ ວັງວຽງ ຫລາຍຂື້ນ. ໂດຍສະເພາະ ທຸຣະກິດ ປະເພດ ສະຖານ ບັນເທີງ ໂຮງແຮມ ບ້ານພັກ ແລະ ຮ້ານກິນດື່ມ ຕ່າງໆ ດັ່ງຊາວເມືອງ ວັງວຽງ ຜູ້ນື່ງເວົ້າວ່າ:
"ສີ່ມີໃນເລື້ອງ ເສຖກິດ ເລື້ອງການ ຊື້ຈ້າງກັນ ເຂົ້າມາ ຄືຕົວຢ່າງວ່າ ຂະເຈົ້າຢາກ ເຂົ້າມາ ກໍ່ຕ້ອງໄປ ທາງວຽງຈັນ ໄປໃສ່ກະຊວງ ໄປໃສ່ ກົມນັ້ນ ກົມນີ້ ເຂົ້າມາໃນ ລັກສນະ ແລ້ວກໍ່ເອົາ ເງີນໃຫ້ກັນ ແລະ ເຊັນເອກສານ ຢັ້ງຢືນ ໂດຍທີ່ ຜ່ານມາ ຢູ່ປະເທດລາວ ໄດ້".
ບຸກຄົນຜູ້ນັ້ນ ເວົ້າຕໍ່ໄປວ່າ ຊາວຕ່າງຊາດ ທີ່ເຂົ້າມາ ເປີດສະຖານທີ່ ບັນເທີງ ໃນວັງວຽງ ນັ້ນ ສ່ວນຫລາຍ ຈະໃຫ້ຄົນລາວ ເປັນຜູ້ຊື້ ທີ່ດີນ ຈາກ ປະຊາຊົນ ທ້ອງຖີ່ນ ເພາະຈະໄດ້ ຣາຄາ ຖືກກວ່າ ໃນການ ຕໍ່ລອງກັນ. ເມື່ອຕັ້ງເປັນ ກິຈການ ຂື້ນມາ ເຈົ້າຫນ້າທີ່ ກໍ່ບໍ່ຄ່ອຍມາ ກວດກາ ປານໃດ ໃນສະຖານທີ່ ຂອງເຂົາ ເພາະໄດ້ ສິນບົນ ບາງເທື່ອ ກໍ່ມາພໍຄື ສອງຄັ້ງຕໍ່ປີ.
ແຕ່ຖ້າເບີ່ງ ໃນແງ່ດີແລ້ວ ຊາວຕ່າງຊາດ ທີ່ມາຕັ້ງ ທຸຣະກິດ ທີ່ເມືອງ ວັງວຽງ ນັ້ນ ສ່ວນໃຫຍ່ ຈະຈ້າງ ແຮງງານລາວ ເຮັດໃຫ້ຄົນລາວ ມີວຽກເຮັດ ງານທຳ ແຕ່ຖ້າເບີ່ງ ໃນແງ່ຮ້າຍແລ້ວ ກໍ່ເປັນການແຍ້ງ ທຸຣະກິດ ຂອງ ຄົນລາວ ໃນການກະທຳ ເຊັ່ນນັ້ນ.
ເມືອງວັງວຽງ ເປັນແຫລ່ງ ທ່ອງທ່ຽວ ທີ່ໂດ່ງດັງ ຂອງນັກ ທ່ອງທ່ຽວ ຖົງຍ່າມ ແລະ ເປັນບ່ອນສ້າງ ລາຍໄດ້ ໃຫ້ແກ່ທ້ອງຖິ່ນ ໃນລາວ.
