ກົດຟັງສຽງ
ອົງການ ສິດທິ ເດັກນ້ອຍ ໃນພາກເໜືອ ຂອງລາວ ຫລັງຈາກ ໄດ້ເກັບກໍາ ຂໍ້ມູນ ກ່ຽວກັບ ເດັກນ້ອຍໃນປີ 2012 ແລ້ວພົບວ່າ ປັດຈຸບັນນີ້ ມີການໃຊ້ ແຮງງານ ເດັກນ້ອຍ ຫລາຍຂື້ນ ໃນເຂດ ຊົນນະບົດ ຍ້ອນວ່າ ພວກຊາວຫນຸ່ມ ຍ້າຍເຂົ້າໄປ ເຮັດວຽກ ຢູ່ໃນເມືອງ ຫລື ຕ່າງປະເທດ ແລ້ວຝາກລູກເຕົ້າ ໄວ້ກັບ ພໍ່ແມ່ ຍາຕພີ່ນ້ອງ.
ຄວາມຈໍາເປັນ ໃນການທີ່ ເດັກນ້ອຍ ຕ້ອງເຮັດວຽກ ຊົດຊ່ວຍ ກໍເພື່ອຄວາມ ຢູ່ລອດ ຂອງເຂົາເຈົ້າ ແຕ່ວ່າ ບາງຄັ້ງ ເດັກນ້ອຍ ຖືກໃຊ້ວຽກງານ ເກີນແຮງ ເກີນຄວາມສາມດ ຂອງເຂົາເຈົ້າ ຫລືບາງ ກໍຣະນີ ເດັກນ້ອຍ ຖືກບັງຄັບ ຕົບຕີ ກໍມີ. ເຈົ້າໜ້າທີ່ ອົງການ ສິດທິເດັກນ້ອຍ ເວົ້າວ່າ:
"ເຣື້ອງໂຕຢ່າງວ່າ ບາງທີກໍມີ ການຕົບຕີ ເດັກນ້ອຍ ຈັ່ງຊີ້ເນາະ ກໍມີການໃຊ້ ແຮງງານເດັກ. ຜ່ານມາ ຖາມວ່າເຈົ້າ ເຮັດວຽກຫຍັງແດ່ ເນາະ ໂຕຢ່າງວ່າ ເຂົາເຈົ້າກໍໄປ ແບກນໍ້າ ໄປຫາຟືນ ເປັນວຽກໜັກ ຂອງເຂົາ ເຈົ້າ ຫັ້ນແຫລະ ແຕ່ເຂົາເຈົ້າ ກໍບໍ່ຮູ້ດອກວ່າ ເຂົາເຈົ້າ ເຮັດວຽກໜັກ".
ທ່ານວ່າ ນອກຈາກ ບັນຫາ ຝາກລູກໄວ້ນໍາ ຜູ້ອື່ນແລ້ວ ມັນມີຄວາມສ່ຽງ ຕໍ່ການຖືກຂາຍ ຕໍ່ໃຫ້ ນາຍໜ້າ ຄ້າແຮງງານ ມະນຸດ ຍ້ອນວ່າ ເດັກນ້ອຍ ອາຍຸ ລະຫ່ວາງ 7-12 ປີ ຖືກປະປ່ອຍ ລະເລີຽ ບໍ່ໄດ້ຮັບ ການ ສືກສາ ແລະ ສຸຂອະນາມັຍ.
ທ່ານວ່າ ໃນປີນີ້ ສາມາດເກັບກໍາ ຂໍ້ມູນ ເຣື້ອງເດັກນ້ອຍ ຢູ່ໃນ 3 ເມືອງ ຂອງແຂວງ ໄຊຍະບູຣີ ຄື ເມືອງໄຊສະຖານ ເມືອງຊຽງຮ່ອນ ແລະ ເມືອງຫົງສາ ຊື່ງລ້ວນແລ້ວ ແຕ່ເປັນເມືອງ ທຸກຍາກ ແລະ ເຫັນວ່າ ເດັກນ້ອຍ ຕ້ອງການ ຄວາມຊ່ວຍເຫລືອ ຫລາຍຢ່າງ ເຊັ່ນການສືກສາ ສຸຂອະນາມັຍ ເຄື່ອງນຸ່ງຫົ່ມ ແລະ ອາຫານ ການກິນກໍດີ.
