ຈີນ ລົງໃຕ້ ຊອກຈ້າງແຮງງານຕໍ່າ

ໃນຣະຍະ ສອງສາມ ປີ ທີ່ຜ່ານມາ ຢູ່ ສປຈີນ ເລິ່ມຂາດ ແຮງງານ ແລະ ຄ່າແຮງງານ ກໍແພງຂື້ນ, ເຮືອນຊານ ບ່ອນຢູ່ ອາໄສ ແລະ ທີ່ດິນ ກໍແພງຂື້ນ.

0:00 / 0:00

ກົດຟັງສຽງ

ຈີນ ຈຳເປັນຕ້ອງ ໄດ້ຊອກຫາ ແຮງງານ ຈາກ ສປປລາວ ວຽດນາມ ແລະ ກຳພູຊາ ທີ່ ຄ່າຈ້າງ ແຮງງານ ຍັງຖືກ ຢູ່. ທະນາຄານ ກາງ ຂອງຈີນ ຣາຍງານວ່າ ປັດຈຸບັນ ຄ່າແຮງງານ ຢູ່ລາວ ຍັງຖືກ ປະມານ 50 ດອນລ່າ ສະຫະຣັຖ ຕໍ່ເດືອນ, ກຳພູຊາ 60 ດອນລ່າ ແລະ ວຽດນາມ ປະມານ 100 ດອນລ່າ. ສ່ວນຢູ່ຈີນ ນັ້ນ ຄ່າແຮງງານ ແພງຂື້ນກວ່າ 4 ເທົ້າ ຂອງເງິນເດືອນ ກັມມະກອນ ຢູ່ລາວ.

ນັກເສຖກິດ ຈີນ ເວົ້າວ່າ ໃນປີ 2015 ອາຊ່ຽນ ຈະເປີດ ການຄ້າ ເສຣີ ຣະຫວ່າງກັນ ແລະ ກັບຈີນ, ເປີດການຄ້າ ເສຣີ ໝາຍຄວາມວ່າ ທຸກປະເທດ ຈະຫລຸດ ການເກັບ ພາສີ ສິນຄ້າ ຣະຫວ່າງ ກັນລົງ; ສະນັ້ນ ການເປີດ ການຄ້າ ເສຣີ ຍິ່ງຈະເປັນ ປະໂຫຍດ ສຳຣັບ ຈີນ ທີ່ຢາກລົງທຶນ ຢູ່ປະເທດ ລາວ ແລະ ວຽດນາມ ໂດຍສະເພາະ ໃນດ້ານ ການຜລິດ ກະສິກັມ. ໃນ ສປປລາວ ຊຶ່ງມີທັງ ຄົນງານ ແລະ ທີ່ດິນ ແລ້ວ ສົ່ງໄປຂາຍ ໃນຈີນ.

ແຕ່ບັນຫາ ມີຢູ່ວ່າ ສປປລາວ ຍັງຂາດ ຜູ້ຊ່ຽວຊານ ໃນຫຼາຍໆດ້ານ ສໍາລັບ ພວກອອກ ແຮງງານ ທັມມະດາ ທີ່ບໍ່ຈໍາເປັນ ຕ້ອງມີ ຄວາມຮູ້ ຄວາມສາມາດ ກໍພາກັນ ໜີເຂົ້າໄປ ປະເທດໄທ ເພື່ອຊອກຫາ ຄ່າຈ້າງ ທີ່ເໝາະສົມ ພໍລ້ຽງ ຄອບຄົວ ຊື່ງໃນ ຮູປການ ດັ່ງກ່າວ ທາງການລາວ ກໍຮູ້ດີ ວ່າ ເປັນຍ້ອນຫຍັງ ຄົນງານລາວ ຈື່ງໄປຂາຍ ແຮງງານ ໃນຕ່າງ ປະເທດ ແລະ ເກີດມີບັນຫາ ຫຼາຍໆຢ່າງ ຕາມມາ.

ເມື່ອ 3 ສັປດາກ່ອນ ສະມາຄົມ ຢາງພາຣາ ຂອງ ວຽດນາມ ກໍຢາກສເນີ ໃຫ້ ຣັຖບານລາວ ອະນຸຍາດ ໃຫ້ ບໍຣິສັດ ປູກ ຢາງພາຣາ ຂອງ ວຽດນາມ ນຳເອົາ ຄົນວຽດນາມ ເຂົ້າມາ ເຮັດວຽກ ໃນລາວ ເພາະຄົນງານ ທ້ອງຖິ່ນ ບໍ່ມີ ຄວາມສາມາດ. ເຊັ່ນດຽວກັບ ບໍຣິສັດ ກໍ່ສ້າງ ຂົວ ມິຕພາບ ລາວ-ໄທ ແຫ່ງທີ່ 4 ກໍມີຂໍ້ ຂັດແຍ້ງ ກັບ ທາງການລາວ ເພາະ ບໍຣິສັດ ຂອງຈີນ ຢາກນໍາເອົາ ຄົນງານຈີນ ເຂົ້າມາ ຢ່າງຫຼວງຫຼາຍ ໂດຍໃຫ້ ເຫດຜົນວ່າ ຄົນງານ ລາວ ບໍ່ມີ ຄຸນນະພາບ ບໍ່ມີ ຄວາມອົດທົນ.