ເຈົ້າຫນ້າທີ່ ສູນກາງ ແນວລາວ ສ້າງຊາດ ທີ່ ນະຄອນຫລວງ ວຽງຈັນ ເວົ້າວ່າ ບັນຫາ ຄວາມຂັດແຍ່ງ ທີ່ເກີດຂື້ນ ຢ່າງຕໍ່ເນື່ອງ ໃນເຂດ ຊົນນະບົດ ຣະຫວ່າງ ຊາວຄຣີສຈຽນ ກັບ ເຈົ້າຫນ້າທີ່ ທ້ອງຖີ່ນນັ້ນ ສ່ວນໃຫຍ່ແມ່ນ ເກີດຈາກຄວາມ ເຂົ້າໃຈຜິດກັນ ຈື່ງເຮັດໃຫ້ ການສື່ສານ ໄປຄົນລະທາງ ບາງຄັ້ງ ເຈົ້າຫນ້າທີ່ ອາດເຂົ້າໃຈ ໄປໃນແງ່ນື່ງ ແລະ ປະຊາຊົນ ກໍເຂົ້າໃຈ ໄປໃນທາງອື່ນ ສວນທາງກັນ ຈື່ງເກີດຄວາມ ຂັດແຍ່ງກັນຂື້ນ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ສ່ວນຫລາຍ ມັນບໍ່ເຂົ້າໃຈກັນ ເມື່ອເວລາ ວ່າຄວາມຮູ້ ຣະດັບ ກໍບໍ່ມີ ແນ່ນອນ ກໍມີອັນ ຜິດພາດ ແລະ ພນັກງານ ເຮັດວຽກ ຢູ່ທ້ອງຖີ່ນ ບາງເທື່ອ ກໍມີບັນຫາ ມັນເຣື້ອງຣະດັບ ຄວາມຮູ້ ຕ່າງກັນ ບໍ່ຫມາຍຄວາມວ່າ ຫມົດທຸກຄົນ ເຂົ້າໃຈ ບາງເທື່ອ ກໍເຮັດ ຜິດພາດໄປ ແລ້ວລົງໄປແກ້".
ທ່ານກ່າວ ຕໍ່ໄປວ່າ ທີ່ຜ່ານມາ ບັນຫາ ຊາວຄຣິສຈຽນ ຂັດແຍ່ງ ກັບເຈົ້າຫນ້າທີ່ ທ້ອງຖີ່ນ ບໍ່ມັກຈະສເນີ ມາໃຫ້ຫ້ອງການ ແນວລາວ ສ້າງຊາດ ທີ່ນະຄອນຫລວງ ວຽງຈັນ ແກ້ໄຂ ອາດຈະເປັນ ເພາະວ່າ ເປັນບັນຫາພາຍ ໃນແຂວງ ແຕ່ຖ້າບໍ່ມີ ການຮ້ອງຮຽນ ມາທາງສູນກາງ ກໍບໍ່ສາມາດ ຮູ້ເຖິງບັນຫາ ທີ່ເກີດຂື້ນ. ບັນຫາ ສ່ວນໃຫຍ່ ຈະເປັນຫນ້າທີ່ ຂອງອຳນາດ ການປົກຄອງ ທ້ອງຖີ່ນ ເປັນຜູ້ແກ້ໄຂ ເອງ.
ທ່ານວ່າ ໃນການແກ້ໄຂ ບັນຫາ ທີ່ເກີດຂື້ນ ຣະຫວ່າງ ເຈົ້າຫນ້າທີ່ ທ້ອງຖີ່ນ ກັບ ຊາວຄຣີສຈຽນ ນັ້ນ ທາງສູນກາງ ຈຳເປັນຕ້ອງໄດ້ ຍົກຣະດັບ ຄວາມຮູ້ ແລະ ຄວາມເຂົ້າໃຈ ຂອງເຈົ້າຫນ້າທີ່ ທ້ອງຖີ່ນ ໃນວຽກງານ ດ້ານສາສນາ ຂອງ ຊາວຄຣິສຕຽນ ໃນລາວ ໃຫ້ຫລາຍຂື້ນ ເພາະທຸກຄົນ ມີສິດ ໃນການນັບຖື ສາສນາ ອື່ນໆ ໃນລາວ.
