ຂ.ບໍ່ແກ້ວ ມີຜູ້ປ່ວຍໄຂ້ເລືອດອອກ

ນັບແຕ່ ເດືອນ ມິນາ ຫາ ກໍຣະກະດາ ມານີ້ ມີຜູ້ເປັນ ໄຂ້ເລືອດອອກ ໃນແຂວງ ບໍ່ແກ້ວ ປະມານ 200 ກ່ວາ ຄົນ.

0:00 / 0:00

ກົດຟັງສຽງ

ພຍາດນີ້ ໄດ້ເກີດຂື້ນ ຢູ່ເມືອງ ຫ້ວຍຊາຍ ເມືອງ ຕົ້ນເຜິ້ງ ແລະ ເມືອງ ຜາອຸດົມ ກວມເອົາ 43 ບ້ານ ຍ້ອນວ່າ ມີປະຊາຊົນ ອາໄສຢູ່ ຢ່າງໜາແໜ້ນ, ມີຄົນຈີນ ແລະ ຄົນຕ່າງຊາດ ອື່ນໆ ໂຍກຍ້າຍ ເຂົ້າມາ ຢູ່. ກ່ຽວກັບ ການຕ້ານກັບ ພຍາດນີ້ ດຣ. ຄໍາພະຍາມ ພົມປັນຫາ ຫົວໜ້າ ສາທາຣະນະສຸຂ ປະຈໍາ ແຂວງ ເວົ້າວ່າ:

"ການລາຍງານ ໃນແຕ່ລະ ອາທິດ ພວກເຮົາ ຈະໄປເບິ່ງ ວ່າ ມັນເກີດຂື້ນ ຢູ່ບ້ານໃດ ພວກເຮົາ ຈະໄດ້ສົ່ງ ທິມງານ ການສືບສວນ ສອບສວນ ພຍາດນີ້ ຄັນວ່າ ມັນເກີດ ການລະບາດ ໃຫ່ຽ ພວກເຮົາ ກໍຈະລົງໄປ ຜົ່ນຢາ ຂ້າໂຕແກ່ ເນາະ ເປັນຕົ້ນຄື ຢູ່ ເຂດນໍ້າພຸກ ເມືອງ ຫ້ວຍຊາຍ ພວກເຮົາ ກໍໄດ້ ລົງໄປ ຜົ່ນຢາ ໝົດໂຕບ້ານ".

ໃນລະຍະ 5 ປີ ມານີ້ ຈໍານວນຄົນ ເປັນໄຂ້ ເລືອດອອກ ໃນແຂວງ ບໍ່ແກ້ວ ເພີ້ມຂື້ນ ຢູ່ຕຣອດ ແລະ ໃນປີນີ້ ເຫັນວ່າ ມີຄົນເປັນ ໄຂ້ເລືອດອອກ ຫລາຍກ່ວາ ທຸກໆປີ ຜ່ານມາ. ປະຊາຊົນ ໃນທ້ອງຖິ່ນ ເວົ້າວ່າ ສາເຫດນື່ງ ທີ່ພາໃຫ້ ມີຄົນ ເປັນໄຂ້ ເລືອດອອກ ຫລາຍຂື້ນ ນັ້ນ ຍ້ອນວ່າ ມີຄົນຍ້າຍ ເຂົ້າມາຢູ່ ຫລາຍ, ແຕ່ການ ອະນາໄມ ບໍ່ຖືກ ປັບປຸງ ໃຫ້ດີ. ເຖິງແມ່ນວ່າ ເຈົ້າໜ້າທີ່ ຜແນກອະນາໄມ ຈະລົງໄປ ຜົ່ນຢາ ຂ້າຍຸງ ຫລື ອົບຮົມ ປະຊາຊົນ ກ່ຽວກັບ ການປ້ອງກັນ ພຍາດ ຫລາຍ ປານໃດ ກໍຕາມ ມັນກໍບໍ່ ຊ່ວຍຫຍັງ ໄດ້ຫລາຍ.