ກົດຟັງສຽງ
ຣັຖວິສາຫະກິຈ ໄຟຟ້າ ລາວ ກຳລັງເຣັ່ງຂຍາຍ ຕານ່າງກະແສ ໄຟຟ້າ ໄປທົ່ວປະເທສ ໃຫ້ເປັນໄປຕາມ ນະໂຍບາຍ ຄືໃຫ້ໄດ້ເຖິງ 80% ໃນທົ່ວປະເທສ ພາຍໃນປີ 2020 ແຕ່ໃນ ປັຈຈຸບັນ ໃນຫລາຍແຂວງ ຍັງປະສົບ ກັບບັນຫາ ຍ້ອນຍັງບໍ່ທັນ ມີຖນົນຫົນທາງ ເຂົ້າໄປເຖິງໝູ່ບ້ານ ເປົ້າໝາຍນັ້ນເທື່ອ ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານໜຶ່ງ ໄດ້ກ່າວວ່າ:
“ໃນຫັ້ນກໍບໍ່ ປຣາສຈາກໄດ້ ຄວາມຫຍຸ້ງຍາກ ຊຶ່ງສ່ວນໃຫຍ່ ກໍແມ່ນກາຣຈັດສັນ ຄອບຄົວ ຍັງກະແຈກກະຈາຍ ໂດຽສະເພາະ ຢູ່ໃນຂົງເຂຕ ແຂວງທີ່ຫ່າງໄກ ສອກຫລີກ ທີ່ເປັນ ຊົນນະບົທ ຊຶ່ງເຮັດໃຫ້ກາຣ ຂຍາຍກະແສໄຟຟ້າ ຂອງພວກເຮົາ ໄດ້ຮັບຄວາມ ຫຍຸ້ງຍາກ ແລະ ກໍໃຊ້ ງົບປະມານ ຫລາຍ”.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ້ມວ່າ ທາງພາຄສ່ວນ ກ່ຽວຂ້ອງ ກໍພຍາຍາມ ໃນກາຣທີ່ຈະຂຍາຍ ຕານ່າງໄຟຟ້າ ໃຫ້ໄປເຖິງທຸກ ເຂຕບ້ານ ເຂຕເມືອງ ໃນແຕ່ລະແຂວງ ທົ່ວປະເທສ ຊຶ່ງກໍເປັນກາຣ ປະຕິບັຕຕາມ ນະໂຍບາຍຂອງ ທາງຣັຖບາລ ທີ່ຈະໃຫ້ມີສ່ວນແບ່ງ ຂອງໂຄງກາຣ ພັທນາໄຟຟ້າ ໃຫ້ໄປເຖີງ ປະຊາຊົນ ແຕ່ກໍດ້ວຍສາເຫຕ ຂອງກາຣຂາດ ງົບປະມານ ຈຶ່ງບໍ່ສາມາຖ ທີ່ຈະປະຕິບັຕໄດ້ ຕາມເປົ້າໝາຍ ໃນແຕ່ລະປີ.
ຢ່າງໃດກໍຕາມ ສຳລັບປີ 2011 ນີ້ ເຈົ້າໜ້າທີ່ລາວ ດັ່ງກ່າວ ກໍຢືນຢັນວ່າ ຈະພຍາຍາມຕິດຕັ້ງ ຕານ່າງ ກະແສໄຟຟ້າ ໄປເຖິງປະຊາຊົນ ໃຫ້ໄດ້ຢ່າງໜ້ອຍ 80% ເຊັ່ນກັນ.
