ການປ້ອງກັນໄຂ້ຫວັດນົກ ໃນລາວ

ອົງກາຣ ອາຫາຣ ແລະ ກະເສຕ ແຫ່ງ ສະຫະປະຊາຊາຕ ກວດກາ ປ້ອງກັນ ກາຣຣະບາດ ຂອງ ໄຂ້ຫວັດນົກ.
ຫວາດ ສີມູນ
2011.06.06
F-chicken ໄກ່ທີ່ຊາວລາວ ລ້ຽງຕາມບ້ານ ຫລືບ່ອນລ້ຽງ ສັດປີກຕ່າງໆ
Flickr - Photo Sharing

ກົດຟັງສຽງ

ອົງກາຣ ອາຫາຣ ແລະ ກະເສຕ ແຫ່ງ ສະຫະປະຊາຕ ຫລື FAO ໃນ ສປປລາວ ຖແລງວ່າ ໃນປັຈຈຸບັນ ກຳລັງ ກວດ ວິຈັຍ ເພື່ອເກັບກໍາ ຂໍ້ມູລ ກ່ຽວກັບ ເຊື້ອໂຣຄ ໄຂ້ຫວັດນົກ ສາຍພັນ H5N1 ຕາມ ປະຊາກອນ ສັຕປີກ ເຊັ່ນ: ຈຳພວກ ໄກ່ ເປັດ ແລະ ນົກ ໃນທົ່ວປະເທສ ເພາະເປັນຫ່ວງ ແລະ ຢ້ານຈະ ກັບມາແພ່ ຣະບາດ ຕື່ມອີກ ໃນຣະດູ ຝົນປີ 2011 ນີ້. ດັ່ງ ດຣ. ສຸນທອນ ເຈົ້າໜ້າທີ່ ຝ່າຍວິຊາກາຣ ຂອງ ອົງກາຣ FAO ໄດ້ກ່າວວ່າ:

“ພວກຂ້າພະເຈົ້າ ກໍໄດ້ ດໍາເນີນກາຣ ເຝົ້າຣະວັງ ຢູ່ ຖ້າວ່າ ພົບເຫັນ ຈະໄດ້ ດຳເນີນ ມາຕກາຣ ໃຫ້ມັນຢູ່ ໃນວົງແຄບ ແລະ ກໍມີກາຣ ເກັບຕົວຢ່າງ ຢູ່ຕາມບ້ານ ຕາມຕລາດ ຕາມຟາຣ໌ມ ເພື່ອມາກວດ ຫາເຊື້ອ ຈາກ ສັຕປີກ ແຕ່ວ່າດຽວນີ້ ກວດກໍຍັງ ບໍ່ພົບ ຫຍັງເລີຽ.”

ດຣ. ສູນທອນ ກໍວ່າ ທາງອົງກາຣ FAO ໄດ້ພົບເຊື້ອ ໄວຣັສ H5N1 ຢູ່ນຳສັຕປີກ ໃນເມືອງລາວ ເທື່ອສຸດທ້າຍ ແມ່ນເດືອນ ພຶສພາ 2010 ທີ່ຜ່ານມາ ແຕ່ກໍ ສາມາຖ ຄວບຄຸມ ກາຣແພ່ ຂອງ ເຊື້ອໄວ້ໄດ້ ພ້ອມກັບ ໄດ້ທຳລາຍ ສັຕປີກ ທີ່ມີກາຣ ສົງສັຍ ຕິດເຊື້ອພຍາທ ດັ່ງກ່າວ ໄປໝົດ, ແລະ ປະຊາຊົນລາວ ທີ່ຕິດເຊື້ອໂຣຄ ດັ່ງກ່າວ ທີ່ວ່າມີ ການຣາຍງານ ນັ້ນແມ່ນ ໄດ້ຕິດ ຈາກສັຕປີກ ແລະ ມີຜູ້ເສັຽ ຊີວີຕ ໄປຍ້ອນ 2 ຄົນ ແມ່ນ ເກີດຂຶ້ນ ໃນປີ 2007.

ເລີ້ມແຕ່ປີ 2011 ເປັນຕົ້ນມາ ທາງກາຣ ໃນຫລາຍ ປະເທສ ເຂຕເອເຊັຽ ຕ່າງກໍ ເອົາໃຈໃສ່ ໃນກາຣ ກວດກາ ຫາເຊື້ອ H5N1 ນຳສັຕປີກ ເພື່ອເປັນກາຣ ເຝົ້າຣະວັງ ບໍ່ໃຫ້ກັບ ຄືນມາອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.