ກອງປະຊຸມຍີ່ປຸ່ນແລະ ຜູ້ນໍາປະເທດແມ່ຂອງ

ໃຈຄວາມສໍາຄັນ ໃນຖແລງການ ຮ່ວມຜູ້ນໍາ ຢູ່ ກອງປະຊຸມ ການຮ່ວມມື ຣະຫ່ວາງ ຍີ່ປຸ່ນ ກັບປະເທດ ແມ່ນໍ້າຂອງ ເວົ້າວ່າ ເພື່ອຊ່ວຍເຫລືອ ພູມີພາກ ນີ້ຕ້ອງ ມີການ ພັທນາ ໄປພ້ອມໆກັນ ທັງໝົດ.
ສົມເນ
2012.04.24
F-Leaders-of-Japan-five-mekong-basin ຜູ້ນໍາຈາກ 5 ປະເທດ ແມ່ນໍ້າຂອງ ແລະຍີປຸ່ນ ເປີດກອງປະຊຸມ ວັນທີ 21 ເມສາ 2012 ພ້ອມທັງອອກ ຖແລງການຮ່ວມ ໃນການພັທນາ ເຂດພູມີພາກ. ທ່ານທອງສິງ ທັມມະວົງ ນາຍົກຣັຖມົນຕຣີ ສປປລາວ ຜູ້ທີສອງ ຈາກຊ້າຍມື.
Japan_Today

ກົດຟັງສຽງ

ໃນຖແລງການ ເວົ້າວ່າ ປະຊາກອນ ໃນພູມີພາກ ແມ່ນໍ້າຂອງ ຈາກນີ້ ຫາປີ 2015 ຈະເພີ້ມຂື້ນ ພູມີພາກນີ້ ອຸດົມຮັ່ງມີ ດ້ວຍຊັພຍາກອນ ທັມມະຊາດ ມີແຮງງານ ທີ່ຂະຫຍັນ ຂັນແຂງ ມີ ສັກຍະພາບ ເປັນຈຸດໝາຍ ຂອງ ນັກທ່ອງທ່ຽວ. ທັງໝົດນີ້ ຈະເປັນປັດຈັຍ ເຮັດໃຫ້ ພູມີພາກ ເຕີບໃຫ່ຽ ທາງດ້ານ ເສຖກິດ.

ຂໍ້ຄວາມ ໃນຖແລງການ ມີຕໍ່ໄປວ່າ ເປັນທີ່ຮັບຮູ້ ກັນດີວ່າ ຄວາມແຕກໂຕນ ຂອງ ການພັທນາ ໃນພູມີພາກ ນີ້ມີຍັງຫລາຍ ການທີ່ຈະ ເຮັດໃຫ້ ຄວາມແຕກໂຕນ ໜ້ອຍລົງ ຈະຕ້ອງ ພັທນາເຂດ ທີ່ພັທນາ ໜ້ອຍທີ່ສຸດ ເຊັ່ນເຂດ 3 ຫລ່ຽມ ຣະຫ່ວາງ ກໍາພູຊາ ລາວ ແລະວຽດນາມ ຄວນດໍາເນີນ ຕໍ່ໄປ ເພື່ອຈະບັນລຸ ວິສັຍທັດ ທີ່ກ່າວມານີ້ ໄດ້ສະເໜີ ໃຫ້ມີການ ພັທນາຮ່ວມກັນ ຊື່ງເປັນເສົາຄໍ້າ ອັນດຽວ ຂອງ ການຮ່ວມມື ຣະຫ່ວາງ ປະເທດ ແມ່ນໍ້າຂອງ ກັບຍີ່ປຸ່ນ ແຕ່ນີ້ໄປຮອດ ປີ 2015.

ເສົາຄໍ້າທີ່ 3 ແມ່ນ ຮັບປະກັນ ຄວາມປອດພັຍ ຂອງ ຊັພຍາກອນ ມະນຸສ ໂດຍການປົກປ້ອງ ແລະໃຫ້ພລັງ ເຮັດໃຫ້ ສິ່ງແວດລ້ອມ ມີຄວາມຍືນຍົງ ເພື່ອຈະໃຫ້ໄດ້ ຕາມ ຈຸດປະສົງ ນີ້ ຖະແຫລງການ ວ່າ ຈະຊຸກຍູ້ ສົ່ງເສີມ ການຮ່ວມມື ລະຫ່ວາງ ປະເທດ ແມ່ນໍ້າຂອງ ກັບຍີ່ປຸ່ນ ທາງດ້ານ ສິ່ງແວດລ້ອມ ການປ່ຽນແປງ ຂອງດິນຟ້າອາກາດ ຫລຸດຜ່ອນ ຄວາມສ່ຽງ ດ້ານພັຍພິບັດ ຮັກສາສຸຂພາບ ພົລເມືອງ ແລະ ຮັບປະກັນ ຄວາມປອດພັຍ ດ້ານເຂົ້າປາ ອາຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 01, 2012 01:42 AM

ຫາກພາກປະຕິບັດໂຕຈິງເກີດຂຶ້ນໄດ້ ແທດເມາະຕາມຖແລງການລ່ວມແທ້ ກໍ່ຈະເກີດຜົລປະໂຍຊນ໌ລວມສູນ ແບບຍືນຍົງແລະຍາວນານຕໍ່ໄປໄດ້ຢ່າງບໍ່ພິດຫວັງແທ່້.