ກົດຟັງສຽງ
ຄຸນພໍ່ ຊາວວຽດນາມ ທີ່ເຮັດວຽກ ໃນລາວ ກ່າວວ່າ ພືດຕິກັມ ການກົດຂີ່ ຈາກ ທາງການ ລາວ ຕໍ່ໂບດ ຄຸນພໍ່ ທີ່ ສັງຄະມົນທົນ ຫລວງພຣະບາງ ໃນລາວ ເພີ້ມ ມາຕການ ຂື້ນ ເລື້ອຍໆ ຫລັງຈາກ ທີ່ມີການ ປະທ້ວງ ຫວ່າງເດືອນ ກ່ອນ ຂອງຊາວ ຄຣີສຕຽນ ຕາມເຂດ ຊາຍແດນ ວຽດນາມ.
ຄຸນພໍ່ Raphael Tran Xuan Nhan ກ່າວໃນ ມື້ວັນທີ 9 ມີຖຸນາ ວ່າ ພວກທ່ານ ເປັນຫວ່ງ ກ່ຽວກັບ ອະນາຄົດ ຂອງໂບດ ຄາໂຕລິກ ທີ່ ຫລວງພຣະບາງ ເພາະມີການ ສີ້ງຊອມ ຈາກ ເຈົ້າຫນ້າທີ່ ລາວ ຢ່າງໃກ້ຊິດ ແລະ ການ ປະຕິບັດ ກິຈວັດ ທາງສາສນາ ກໍ່ມີການ ຈຳກັດ ຂອບເຂດ. ທ່ານວ່າ ສັງຄະມົນທົນ ຫລວງພຣະບາງ ໄດ້ ປະຕິບັດ ສາສນາ ຄຣີສ ມາເປັນເວລາ ຫລາຍສີບ ປີ ໃນການ ປົກຄອງ ຂອງ ຄອມມຸນິດ ລາວ.
ຄຸນພໍ່ຫຍານ ມາຈາກເຂດ ສັງຄະມົນທົນ ເມືອງວີນ ພາກກາງ ຂອງ ວຽດນາມ ໄດ້ມາເຮັດວຽກ ໃນລາວ ເປັນເວລາ ຫລາຍປີ ໄດ້ຕັ້ງ ໂບດ ສາສນາຄຣີສ ກຸ່ມ Mary ໃນຫລາຍເຂດ ໃນລາວ. ທ່ານວ່າ ເລີ້ມແຕ່ປີ 1975 ເປັນຕົ້ນມາ ຫລັງຈາກ ທີ່ ຄອມມຸນີດ ເຂົ້າມາ ປົກຄອງ ສປປລາວ ເທົ້າເຖີງ ປັດຈຸບັນ ສັງຄະມົນທົນ ຫລວງພຣະບາງ ສາມາດ ບວດຄຸນພໍ່ ທີ່ເປັນ ຄົນລາວ ໄດ້ພຽງແຕ່ ນື່ງອົງ ເທົ່ານັ້ນ ແລະ ກໍ່ມີບໍ່ມີ ແມ່ຊີ ຈັກຄົນ. ທ່ານວ່າ ເຈົ້າຫນ້າທີ່ ຫລວງພຣະບາງ ຈຳກັດ ການເດີນທາງ ອອກນອກ ສະຖານທີ່ ຂອງຄຸນພໍ່ ໃນການ ໄປສີດສອນ ຊາວບ້ານ ແລະ ຕ້ອງໄດ້ຂໍ ອະນຸຍາດ ຈາກ ທາງການ ກ່ອນວ່າ ຈະໄປໃສ ແລະ ໄປ ເຮັດຫຍັງ.
