ຄົນເສັຍອົງຄະຢູ່ລາວ ຍັງຖືກກີດກັນ

ຄົນເສັຍອົງຄະ ໃນລາວ ຍັງຖືກ ກີດກັນ ແບ່ງຊົນຊັ້ນ ໃນການ ຫາວຽກເຮັດ ງານທໍາ

0:00 / 0:00

ກົດຟັງສຽງ

ເຖິງແມ່ນວ່າ ສະມາຄົມ ຜູ້ເສັຍ ອົງຄະ ລາວ ຈະຮຽກຮ້ອງ ໃຫ້ ຣັຖບານ ອອກກົດໝາຍ ເພຶ່ອໃຫ້ຄົນ ເສັຍອົງຄະ ມີໂອກາດ ຫາວຽກເຮັດ ໄດ້ຫລາຍຂຶ້ນ ກໍຕາມ ແຕ່ຍັງມີ ຫລາຍຄົນ ທີ່ເຊື່ອ ແລະ ມີອະຄະຕິ ຕໍ່ການ ໃຫ້ວຽກເຮັດ ງານທໍາ ແກ່ຄົນ ເສັຍອົງຄະ ຢູ່ ເຖິງວ່າ ຄົນເສັຍອົງຄະ ບາງຄົນ ຈະມີຄວາມ ສາມາດ ພຽງພໍ ກໍຕາມ. ເຈົ້າໜ້າທີ່ ຈາກ ອົງການ ຊ່ວຍເຫລືອ ຜູ້ເສັຍ ອົງຄະ ຜູ້ນຶ່ງ ເວົ້າວ່າ:

"ປັດຈຸບັນ ກໍມີຄົນ ພິການ ທີ່ວ່າ ເຮັດວຽກ ຮ່ວມກັບ ຫ້ອງການ ທົ່ວໄປ ກໍມີ ຄືໜ້າທີ່ ເຮົາມີ ແຕ່ໄປ ສເນີ ໃຫ້ຂະເຈົ້າ ຮັບຮູ້ ໃຫ້ຂະເຈົ້າ ເພື່ອບໍ່ໃຫ້ ຂະເຈົ້າ ແອນຕີ ຄົນ ພິການ ຫລາຍເທົ່ານັ້ນ ແຕ່ ປະຈຸບັນ ກໍມີ ຂະເຈົ້າ ແອນຕີ".

ນາງເວົ້າຕໍ່ ໄປວ່າ ເຫັນຢ່າງ ແຈ່ມແຈ້ງ ວ່າ ຄົນ ເສັຍອົງຄະ ຍັງບໍ່ມີ ໂອກາດ ເທົ່າກັບຄົນ ປົກກະຕິ. ສະຖິຕິ ກໍສແດງ ໃຫ້ເຫັນວ່າ ມີບໍ່ຮອດ 2 ສ່ວນຮ້ອຍ ທີ່ມີ ວຽກເຮັດ. ຜູ້ທີ່ບໍ່ມີ ວຽກເຮັດ ກໍເປັນ ພາລະ ໃຫ້ກັບ ຍາດພີ່ນ້ອງ ຄອບຄົວ.

ທີ່ຜ່ານມາ ສະມາຄົມ ຜູ້ ເສັຍອົງຄະ ໃນລາວໄດ້ຮຽກຮ້ອງ ໃຫ້ ມີການ ປ່ຽນແປງ ການໂຄສະນາ ຫາຜູ້ ສມັກງານ ທີ່ມັກໃຊ້ ຄໍາວ່າ “ຕ້ອງການ ຄົນແຂງແຮງ ມີຮ່າງກາຍ ສົມບູນ” ຊຶ່ງທາງ ສະມາຄົມ ຜູ້ ເສັຍອົງຄະ ເຫັນວ່າ ຄໍາວ່າ “ຮ່າງກາຍ ສົມບູນ” ແບ່ງແຍກ ກີດກັນ ຜູ້ ເສັຍອົງຄະ ເພາະ ຄົນ ເສັຍອົງຄະ ຄືຄົນ ທີ່ຂາດ ໃນສິ່ງນີ້.

ນາງເວົ້າຕໍ່ ໄປວ່າ ເຖິງວ່າ ໃນປັດຈຸບັນ ຈະມີຄົນ ເສັຍອົງຄະ ມີວຽກ ເຮັດງານທໍາ ຫລາຍຂຶ້ນ ແຕ່ ໃນຄວາມຄິດ ທົ່ວໄປ ຄົນ ເສັຍອົງຄະ ຍັງເປັນ ຜູ້ຂາດ ຄວາມສາມາດ ເປັນພາລະ ໃຫ້ສັງຄົມ ຊຶ່ງກ່ຽວກັບ ເຣື້ອງນີ້ ຣັຖບານ ຄວນ ຊ່ວຍເຫລືອ ແກ້ໄຂ ສ້າງຄວາມ ເຂົ້າໃຈ ໃຫ້ ຖືກຕ້ອງ.