ກົດຟັງສຽງ
ແຜນກາຣ ສົ່ງເສີມ ໃຫ້ ປະຊາຊົນ ໄດ້ຮັບ ກາຣສຶກສາ ພາກບັງຄັບ ໃນຣະດັບ ຊັ້ນປະຖົມ ເປັນຢ່າງຕໍ່າ ຕາມທີ່ທາງ ກະຊວງ ສຶກສາທິກາຣ ໄດ້ຕັ້ງ ເປົ້າໝາຍໄວ້ ເພື່ອໃຫ້ທຸກຄົນ ມີຄວາມຮູ້ ຄວາມສາມາຖ ພັທນາອາຊີພ ຕົນເອງ ໃຫ້ດີຂຶ້ນ ກວ່າເກົ່າ, ຊື່ງປາກົດວ່າ ຍັງບໍ່ໄດ້ຜົລ ເທົ່າທີ່ຄວນ ຍ້ອນຜູ້ທີ່ ປະກອບ ອາຊີພ ຫາເຊົ້າກິນຄໍ່າ ຍັງບໍ່ທັນ ເຫັນເຖິງ ຄວາມສໍາຄັນ ຂອງ ກາຣສຶກສາ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ກະຊວງ ສຶກສາທິກາຣ ທ່ານນື່ງ ໄດ້ກ່າວວ່າ:
“ກຸ່ມເປົ້າໝາຍ ຈໍານວນນື່ງ ບໍ່ທັນເຫັນ ຄວາມສໍາຄັນ ຂອງ ກາຣສຶກສາ ເລົ່າຮຽນ ຈໍານວນນື່ງ ແມ່ນຫາເຊົ້າ ກິນຄໍ່າ ເປັນ ກັມມະກອນ ແລະ ຈໍານວນນື່ງ ບໍ່ຢາກມາຮຽນ ກຸ່ມເປົ້າໝາຍ ຈໍານວນນື່ງ ກໍບໍ່ ປົກກະຕິ ຍ້ອນເຂົາເຈົ້າ ເຮັດວຽກຢູ່ ໂຮງຈັກ ໂຮງງານ ແລະ ເປັນກັມມະກອນ ກໍ່ສ້າງ ຊາວນາ ຊາວສວນ ເຮັດໃຫ້ກາຣຮຽນ ບໍ່ດີ ເທົ່າທີ່ຄວນ”.
ຍານາງ ໄດ້ກ່າວເພີ່ມ ວ່າ ທາງ ກະຊວງສຶກສາ ໄດ້ມີກາຣ ປະເມີນ ກາຣປະຕິຮູບ ກາຣສຶກສາ ໃນຣະຍະນື່ງ ໄປແລ້ວ ແລະພົບວ່າ ຍັງມີບັນຫາ ຄ້າງຄາ ທີ່ຕ້ອງໄດ້ມີ ກາຣແກ້ໄຂ ໂດຽສະເພາະ ທາງດ້ານ ກາຣສຶກສາ ໃຫ້ມີ ຄຸນນະພາບ ຈຶ່ງຈໍາເປັນຕ້ອງ ຈະໄດ້ມີກາຣ ພັທນາ ນະໂຍບາຍ ນິຕິກັມ ຕ່າງໆ.
ເຖິງຢ່າງໃດ ກໍຕາມ ຕລອດຣະຍະ ທີ່ຜ່ານມາ ທາງກາຣກ່ຽວຂ້ອງ ໃນກະຊວງ ສຶກສາ ກໍໄດ້ ພຍາຍາມ ແພ່ຂຍາຍ ກາຣສຶກສາ ໃຫ້ເຂົ້າເຖິງ ເຂຕທີ່ຢູ່ ຫ່າງໄກ ສອກຫລີກ ໃນທົ່ວປະເທສ ແຕ່ກໍຍັງ ບໍ່ປະສົບຜົລ ສໍາເຣັຈດີ ເທົ່າທີ່ຄວນ ເທື່ອ. ສະນັ້ນ ຈຶ່ງຈະເປັນ ກາຣຍາກທີ່ ທາງກາຣ ສປປລາວ ຫວັງທີ່ຈະ ເຮັດໃຫ້ ເມືອງລາວ ພົ້ນອອກຈາກ ຖານະ ກາຣປະເທສ ທີ່ທຸກຂ໌ຍາກ ໃຫ້ໄດ້ໃນ ປີ 2020 ຕາມນະໂຍບາຍ ຂອງ ຣັຖບາລ.
