ກົດຟັງສຽງ
ປັດຈຸບັນ ມີເດັກນ້ອຍ ຜູ້ຊາຍ ຫລາຍກວ່າ ຜູ້ຍິງ ໃນຈໍານວນ ນັກຮຽນ ຂັ້ນ ມັທຍົມ, ຍັງມີຫລາຍ ຄອບຄົວ ທີ່ເຊື່ອວ່າ ເດັກນ້ອຍຜູ້ຍິງ ຕ້ອງຊ່ວຍ ຄອບຄົວ ເຮັດວຽກເຮືອນ, ໄປໂຮງຮຽນ ກໍເສັຍ ເວລາ ລ້າໆ. ເຈົ້າໜ້າທີ່ ສົ່ງເສີມ ການສຶກສາ ອົງການ ສາກົນ ປະຈຳລາວ ເວົ້າວ່າ:
"ອັດຕຣາການ ເຂົ້າຮຽນ ຂອງເດັກຍິງ ນີ່ເບາະ ບໍ່ໄດ້ ເຂົ້າຮຽນ ຫລາຍ ຖືວ່າເຣື້ອງ gender ມັນກໍມີ ບັນຫາ ຢູ່ ຕົວນີເວົ້າເຣື້ອງ ເດັກຍິງ ສ່ວນຫລາຍ ຢູ່ໃນເຂດ ຊົນນະບົດ ຈະໄດ້ຮັບ ຜິດຊອບ ຕໍ່ຄອບຄົວ ເນາະ ເພາະວ່າ ພໍ່ແມ່ບໍ່ຢາກ ໃຫ້ເດັກ ເຂົ້າຮຽນ ຫລືວ່າ ໄປຊ່ວຍພໍ່ແມ່ ທໍາມາ ຫາກິນ ຄວາມເຊື່ອ ຂອງຊາວບ້ານ ກໍສົ່ງເສີມ ແຕ່ລູກ ຜູ້ຊາຍ ຫລາຍກວ່າ".
ເຈົ້າໜ້າທີ່ ເປັນຫ່ວງວ່າ ບັນຫາ ທີ່ເດັກນ້ອຍ ຜູ້ຍິງບໍ່ໄດ້ ເຂົ້າໂຮງຮຽນ ອ່ານບໍອອກ ຂຽນບໍ່ເປັນ ອາດຈະບໍເປັນ ພຽງແຕ່ ບັນຫາ ດ້ານການ ສຶກສາ ເທົ່ານັ້ນ ອາຈກາຍເປັນ ບັນຫາ ທາງສັງຄົມ ໄດ້ໃນ ອະນາຄົດ. ຍ້ອນວ່າ ເດັກນ້ອຍ ຜູ້ຍິງ ທີ່ບໍ່ມີ ຄວາມຮູ້ ອາດຖືກ ຕົວະຍົວະ ໃຫ້ໄປ ເຮັດວຽກການ ຢູ່ເມືອງອື່ນ ປະເທດອື່ນ ຫລື ໄປຄ້າ ປະເວນີ ໄດ້ງ່າຍ. ສປປລາວ ມີກົດໝາຍ ບັງຄັບ ໃຫ້ເດັກນ້ອຍ ເຂົ້າໂຮງຮຽນ ຮອດ 12 ປີ, ແຕ່ອີງຕາມ ສະພາບ ໂຕຈິງແລ້ວ ຍັງມີເດັກນ້ອຍ ຈໍານວນຫລາຍ ທີ່ບໍ່ເຂົ້າ ໂຮງຮຽນ.
ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ສົ່ງເສີມ ການສຶກສາ ອົງການ ສາກົນ ປະຈຳລາວ ເວົ້າວ່າ ທາງອົງການ ແລະ ກະຊວງ ສຶກສາທິການ ກໍພຍາຍາມ ແກ້ໄຂ ບັນຫາ ໂດຍການ ໃຫ້ຄວາມຮູ້ ແກ່ພໍ່ແມ່ ຜູ້ປົກຄອງ ວ່າ ການສຶກສາ ຂັ້ນພື້ນຖານ ເປັນສິ່ງ ສໍາຄັນ ຈຳເປັນຕ້ອງ ໃຫ້ເດັກນ້ອຍ ໄດ້ຮຽນ.
