ເດັກນ້ອຍລາວ ທີ່ບໍ່ໄປໂຮງຮຽນ

ເດັກນ້ອຍ ລາວ ຈາກ ຄອບຄົວ ທຸກຂ໌ຍາກ ສ່ວນຫລາຍ ບໍ່ໄປເຂົ້າ ໂຮງຮຽນ.

0:00 / 0:00

ກົດຟັງສຽງ

ເຖິງແມ່ນວ່າ ທາງ ຣັຖບາລ ຈະມີ ນະໂຍບາຍ ໃນຣະຍະ ຜ່ານມາ ໃຫ້ ເດັກນ້ອຍ ອາຍຸ ແຕ່ 6–10 ປີ ໄດ້ເຂົ້າ ໂຮງຮຽນ ແລະ ໃຫ້ຮຽນຈົບ ຣະດັບ ປະຖົມ ສຶກສາ ຢ່າງ ທົ່ວເຖິງກັນ ກໍຕາມ, ແຕ່ປັຈຈຸບັນ ພວກ ເດັກນ້ອຍ ໃນແຂວງ ເຊກອງ ບໍ່ໄດ້ເປັນໄປ ຕາມທີ່ ກຳໜົດໄວ້ ຍ້ອນບັນຫາ ທາງ ຄອບຄົວ ແລະ ພວກເດັກ ນ້ອຍເອງ ກໍບໍ່ສົນໃຈ ທີ່ຢາກ ຈະຮຽນ ແຕ່ຢ່າງໃດ. ດັ່ງເຈົ້າໜ້າທີ່ ແຜນກກາຣ ສຶກສາ ປະຈຳແຂວງ ໄດ້ ກ່າວວ່າ:

“ເດັກໃນເກນ ອາຍຸ ທີ່ບໍ່ສາມາຖ ເຂົ້າຮຽນ ໝົດ ເພາະວ່າ ໜຶ່ງ ເປັນເຣື່ອງ ຂອງຕົວ ເດັກເອງ ອັນສອງມາ ແມ່ນຄອບຄົວ ຂອງເດັກ ເພາະວ່າ ເມືອເດັກ ເຂົ້າໄປຮຽນ ແລ້ວ ເດັກມີ ກາຣອອກ ກາງປີ ເພາະຍ້ອນ ຄອບຄົວ ຂອງເດັກ ເຮັດໃຫ້ ກາຣຂຽນ ໜັງສື ຂອງ ປະຊາກອນ ໃນແຂວງ ມັນມີ ປະຊາກອນ ທີ່ບໍ່ສາມາຖ ຂຽນໜັງສື ຫລືວ່າ ເຂົ້າໂຮງຮຽນ ຕາມກະຊວງ ສຶກສາ ທີ່ກຳໜົດ ໃຫ້ ມັນກໍມີ 2 ສາເຫຕ ຕົ້ນຕໍ”.

ທ່ານວ່າ ພວກເດັກນ້ອຍ ທີ່ບໍ່ສາມາຖ ເຂົ້າຮຽນ ຕາມເກນ ອາຍຸນັ້ນ ສ່ວນຫລາຍ ຈະມາຈາກ ຄອບຄົວ ທີ່ ທຸກຂ໌ຍາກ ທີ່ມີຢ່າງ ຫລວງຫລາຍ ແລະ ທາງຣັຖບາລ ກໍພຍາຍາມ ທີ່ຈະໃຫ້ ກາຣຊ່ວຍເຫລືອ ແກ່ເຂົາເຈົ້າ ເພື່ອໃຫ້ ສົ່ງເສີມ ພວກເດັກນ້ອຍ ໃຫ້ໄດ້ເຂົ້າ ໂຮງຮຽນ ແລະ ໃຫ້ຮຽນຈົບ ຕາມນະໂຍບາຍ ຂອງທາງຣັ ຖບາລ:

“ແນະນຳ ໃຫ້ເດັກ ພຍາຍາມ ເຂົ້າຮຽນ ໃຫ້ຈົບ ຂັ້ນປະຖົມ ເພາະວ່າຢາກ ໃຫ້ເຂົາເຈົ້າ ຮຽນຈົບ ຊັ້ນປະຖົມ ໝົດທຸກຄົນ ແລະ ບໍ່ໃຫ້ອອກ ກາງປີ ແລະ ເພື່ອຫຍັງ ກໍເພື່ອ ອະນາຄົຕ ຂອງເຂົາເຈົ້າ”.

ໃນປີ 1990 ຜ່ານມາ ທາງອົງກາຣ UNESCO ໄດ້ປະກາສ ເພື່ອໃຫ້ ເດັກນ້ອຍ ທຸກຄົນ ໃນທົ່ວໂລກ ໄດ້ເຂົ້າ ໂຮງຮຽນ ເພື່ອໃຫ້ຈົບ ກາຣສຶກສາ ຂັ້ນພື້ນຖານ ໃຫ້ໄດ້ ພາຍໃນປີ 2015 ແຕ່ ປັຈຈຸບັນ ຍັງປາກົດ ມີເດັກນ້ອຍ ຈຳນວນ ຫລວງຫລາຍ ໃນທົ່ວໂລກ ຍັງບໍ່ມີ ໂອກາສ ໄດ້ເຂົ້າ ໂຮງຮຽນ ໂດຽສະເພາະ ພວກເດັກນ້ອຍ ທີ່ດ້ອຍ ໂອກາສ ຕາມເຂຕ ຊົນນະບົດ ຍ້ອນຄວາມ ຍາກຈົນ ຊຶ່ງມີ ບໍ່ຕໍ່າກວ່າ 75 ລ້ານ ຄົນ.