ກົດຟັງສຽງ
ປະຊາຊົນລາວທຸກຖ້ວນໜ້າມີຄວາມຊື່ນຊົມຍິນດີນໍາການສົ່ງທ້າຍປີເກົ່າຕ້ອນຮັບປີ ໃໝ່-ພ.ສ2554ທີ່ຈະເລີ້ມຂື້ນຢ່າງເປັນທາງການຈາກວັນທີ່-14-16-ເມສາ.
ການສເລີມສລອງມ່ວນຊື່ນກັນແລະງານປະກອບກິຈກັມຕາມຮີດຄອງປະເພນີໃນ ຄອບຄົວບາງແຫ່ງໄດ້ເລີ້ມຂື້ນແລ້ວນັບແຕ່ຕົ້ນອາທິດນີ້ໄປ.
ພຣະສົງອົງນື່ງຈາກວັດອົງຕື້ນະຄອນຫລວງວຽງຈັນໃຫ້ຄໍາເທສນາແລະກ່າວຕັກ ເຕືອນວ່າຂໍໃຫ້ທຸກຄົນນຶກເຖິງຄວາມໝາຍອັນແທ້ຈິງຂອງການສລອງປີໃໝ່:
"ປີໃໝ່ໃນທາງພຣະພຸທສາສນາກໍຖືວ່າໃຫ້ເຮົາລະລຶກເຖິງວ່າວັນທີ່ເຮົາຜ່ານມາປີ ເກົ່າຜ່ານໄປແລ້ວເດເພາະສະນັ້ນມີຄໍາສອນຄໍານື່ງບອກວ່າວັນເວລາບໍ່ຢູ່ຖ້າຢ່າປະ ປ່ອຍໃຫ້ເສັຽດາຍໃຫ້ໃຊ້ສົມຣາຄາປະຊາຊົນທັງຫລາຍເພາະສະນັ້ນປີໃໝ່ພວກ ເຮົາຈົ່ງໃຫ້ທ່ານຣະມັດລະວັງມີສະຕິນີ້ກໍເປັນພອນປີໃໝ່ທີ່ຄູບາຢາກຝາກເອົາໄວ້ ວ່າໃຫ້ມີຄວາມປອດໄພໃນຊີວິດຂອງເຮົາເອງ".
ພຣະສົງກ່າວວ່າຄວາມໝາຍຂອງການສລອງບຸນປີໃໝ່ລາວກໍຄືການສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່-ປີເກົ່າທີ່ກໍາລັງຜ່ານໄປກໍຂໍໃຫ້ທຸກຄົນລະລືກເຖິງວ່າເຄີຽເຮັດ ຫຍັງແດ່ສິ່ງໃດດີກໍປະຕິບັດຕໍ່ໄປສິ່ງໃດບໍ່ຈົບບໍ່ງາມທີ່ເຄີຽກະທໍາໄປນັ້ນກໍຈົດຈໍາໄວ້ ເປັນບົດຮຽນແລ້ວແກ້ໄຂໃຫ້ດີຂື້ນທໍາບຸນທໍາທານໃຫ້ສາສນາແລະຍາດຕິພີ່ນ້ອງທີ່ ເສັຽຊີວິດໄປແລະທໍາບຸນໃຫ້ຕົນເອງແລະຄອບຄົວເພື່ອນໍາເອົາຣືກງາມຍາມດີມາສູ່ ຊີວິດໃນປີໃໝ່ທີ່ກໍາລັງກ້າວເຂົ້າມາ.