ຣັຖບານຂື້ນຄ່ານໍ້າມັນ

ຊາວລາວ ສ່ວນຫຼາຍ ບໍ່ເຫັນດີ ນໍາ ນະໂຍບາຍ ການຂື້ນ ຣາຄາ ນໍ້າມັນ ຂອງ ຣັຖບານ.

0:00 / 0:00

ກົດຟັງສຽງ

ຣັຖບານ ຂື້ນຣາຄາ ນໍ້າມັນ ຕື່ມອີກ ລິດລະ 70 ກີບ ຈາກ ຣາຄາ ເດີມ ພາຍຫລັງ ທີ່ ຣັຖບານ ໄດ້ຍົກເລີກ ການເກັບຄ່າ ຂ້າມຂົວ 29 ແຫ່ງ ໃນທົ່ວ ປະເທດ.

ເຈົ້າຂອງ ປໍ້ານໍ້າມັນ ຫລາຍແຫ່ງ ໃຫ້ຄວາມ ຄິດເຫັນ ວ່າ ຄົນໃຊ້ ນໍ້າມັນ ຫລາຍກວ່າຄົນ ໃຊ້ຂົວ ແລະວ່າ ການຂື້ນ ຣາຄາ ນໍ້າມັນ ເຮັດໃຫ້ ສິນຄ້າ ແພງຂື້ນ. ໃນແຂວງ ສວັນນະເຂດ ກໍມີ ຜູ້ໃຫ້ ທັສນະວ່າ:

"ເອົາຄ່າ ຂ້າມຂົວ ແຫລະດີກວ່າ ເພາະວ່າ ບາງຄົນ ກໍບໍ່ໄດ້ ຂ້າມຂົວ ຫັ້ນເດ໋ ສ່ວນຫລາຍເຮົາ ກໍບໍ່ໄດ້ ຂ້າມຂົວ ເອົາຄ່າ ນໍ້າມັນຖືກ ກໍດີກວ່າ ແຫລະ".

ນາງໃຫ້ ເຫດຜົນວ່າ ປະຊາຊົນ ທີ່ມີຣົດ ທຸກຄົນ ກໍຕ້ອງຕື່ມ ນໍ້າມັນ ແຕ່ວ່າ ປະຊາຊົນ ທຸກຄົນ ບໍ່ຈໍາເປັນ ຕ້ອງໃຊ້ຂົວ ກໍມີ. ອີກຢ່າງນື່ງ ຣາຄາ ນໍ້າມັນ ກໍແພງ ຢູ່ແລ້ວ, ຖ້າວ່າ ຣັຖບານ ຂື້ນ ຣາຄາ ນໍ້າມັນ ອີກ ປະຊາຊົນ ກໍຈະລໍາບາກ ຫຍຸ້ງຍາກ ຕື່ມອີກ. ມີເຈົ້າຂອງ ປໍ້ານໍ້າມັນ ຄົນນື່ງ ໃນນະຄອນຫລວງ ວຽງຈັນ ກໍເວົ້າ ໃນທໍານອງ ດຽວກັນວ່າ:

"ເກັບຄ່າ ຂ້າມຂົວ ຈະດີກວ່າ ຂື້ນຣາຄາ ນໍ້າມັນ ເພາະວ່າ ທຸກຄົນ ກໍບໍ່ໄດ້ ໄປເນາະ ບາງຄົນ ກໍແລ່ນ ທຸຣະກິຈ ຢູ່ລາວ".

ເຈົ້າຂອງ ປໍ້ານໍ້າມັນ ບາງຄົນ ກໍວ່າ ບໍ່ເຂົ້າໃຈ ເປັນຫຍັງ ຣັຖບານ ຂື້ນຣາຄາ ນໍ້າມັນ.

ຕາມລາຍງານ ຂອງ ໜັງສືພິມ ວຽງຈັນທາມສ ແຈ້ງວ່າ ຫລັງຈາກ ທີ່ຣັຖບານ ຍົກເລີກ ການເກັບຄ່າ ຂ້າມຂົວ 29 ແຫ່ງ ໃນທົ່ວ ປະເທດ, ກະຊວງ ຄົມມະນາຄົມ ແລະ ຂົນສົ່ງ ຂາດລາຍໄດ້ ປະມານ 4 ຕື້ກີບ ຕໍ່ ເດືອນ ຊື່ງເປັນ ງົບປະມານ ສໍາລັບ ສ້ອມແປງ ຖນົນຫົນທາງ. ການຂື້ນ ຣາຄາ ນໍ້າມັນ ເປັນວິທີນື່ງ ໃນການ ຊົດເຊີຽ ລາຍໄດ້ ທີ່ເສັຽໄປ.