ດຣ.ຄໍາເຜີຍ ປານມະໄລທອງ ຕົກຕໍາແໜ່ງ

ເຈົ້າໜ້າທີ່ ຣະດັບສູງ ຖືກລົງວິນັຍ ຍ້ອນກ່າວ ຕິຕຽນ ຣະບົບ ກາຣປົກຄອງ ໃນ ສປປລາວ.
ຫວາດ ສີມູນ
2012.06.07
Share on WhatsApp
Share on WhatsApp
F-khampheuy-panmalaythong ດຣ.ຄໍາເຜີຍ ປານມະໄລທອງ ກ່າວໃນ ກອງປະຊຸມ ສະພາ ແຫ່ງຊາຕ ຢາກໃຫ້ມີ ກາຣປັບປຸງ ຣະບົບ ກາຣປົກຄອງ ໃນລາວ ໃຫ້ເຂົ້າກັບ ສະພາບກາຣ ຈົນຖືກ ລົງວິນັຍ.
LPDR/snapshot from Lao national assy.meeting in June 2011

ທາງຄນະກັມກາຣ ພັກ-ຣັຖ ສປປລາວ ໄດ້ມີມະຕິ ໃນວັນທີ່ 23 ພຶສພາ 2012 ນີ້ ໃຫ້ລົງວິນັຍ ດຣ. ຄໍາເຜີຍ ປານມະໄລທອງ ດ້ວຍກາຣ ປົດຕໍາແໜ່ງ ໜ້າທີ່ ຈາກກາຣເປັນ ຫົວໜ້າ ສະຖາບັນ ວິທຍາສາຕ-ສັງຄົມ ແຫ່ງຊາຕ ແຕ່ຍັງໃຫ້ ຮັກສາ ຕໍາແໜ່ງ ຜູ້ແທນ ຣາສດອນ ສະພາແຫ່ງຊາຕ ເຂຕ I ນະຄອນຫລວງ ວຽງຈັນ ຢູ່ຕາມເດີມ. ການປົດຕໍາແໜ່ງ ໃນເທື່ອນີ້ ກໍຍ້ອນ ດຣ.ຄໍາເຜີຍ ໄດ້ສເນີຢູ່ ກອງປະຊຸມ ສະພາແຫ່ງຊາຕ ໃນປີຜ່ານມາ ໃຫ້ມີກາຣ ປັບປຸງ ຣະບົບ ກາຣປົກຄອງ ໃນລາວ ໃຫ້ເຂົ້າກັບ ສະພາບກາຣ ເພື່ອຄວາມເຈຣີນ ກ້າວໜ້າ ແທນທີ່ຈະ ປະຕິບັຕ ຕາມທິສດີ ຂອງຕ່າງຊາຕ ໃນສມັຍ ກ່ອນໆພຸ້ນ. ດັ່ງເຈົ້າໜ້າທີ່ ຣະດັບສູງ ຂອງລາວ ທີ່ບໍ່ປະສົງ ອອກຊື່ ທ່ານໜຶ່ງ ໄດ້ກ່າວວ່າ:

"ເປັນແນວນີ້ ພັກດຽວ ຫລາຍພັກ (ຈັງ) ສິນ໋າ ກໍຣະນີ ບ່ອນວ່າ ອັນໜຶ່ງ ກໍແມ່ນວ່າ ທິສດີ ມາຣ໌ຄ-ເລນີນ ນີ້ ມັນພົ້ນສມັຍ ລັກສນະນັ້ນ ເພາະວ່າ ພັກນີ້ມັນຕ້ອງ ອີງໃສ່ ຕົວນັ້ນ ເປັນຫລັກເດເນາະ! ເພີ່ນກໍ ລົງວິນັຍ ກໍມີແຕ່ວ່າ ບໍ່ໄດ້ໃຫ້ ເປັນຫົວໜ້າ ສະຖາບັນ ຫັ້ນ ໄປຣະຍະໜຶ່ງ".

ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບ ຣະຍະເວລາ ຂອງ ກາຣລົງວິນັຍ ນັ້ນກໍຍັງ ບໍ່ທັນຮູ້ວ່າ ຈະສິ້ນສຸດລົງ ໃນເມື່ອໃດ ກັນແທ້? ຊື່ງໃນ ຣະຫວ່າງນີ້ ຜູ້ກ່ຽວ ກໍຕ້ອງໄດ້ ສ້າງຜົລງານ ໃຫ້ດີ ເພື່ອຈະໄດ້ ຮັບຄວາມ ໄວ້ເນື້ອເຊື່ອໃຈ ຈາກພັກ-ຣັຖ.

ສໍາຫລັບ ກາຣສເນີ ຢູ່ກອງປະຊຸມ ສະພາ ແຫ່ງຊາຕ ໃນເດືອນ ມີຖຸນາ 2011 ຜ່ານມານັ້ນ ດຣ.ຄຳເຜີຍ ໄດ້ເນັ້ນເຣື່ອງ ຂອງ ກາຣປົກຄອງທີ່ "ລາວ" ຄວນມີ ນະໂຍບາຍ ແລະແນວທາງ ເປັນຂອງ ຕົນເອງ ດັ່ງທີ່ທ່ານ ໄດ້ເວົ້າ ໃນຕອນໜຶ່ງວ່າ:

"ເຮົາເຮັດສຶກສາ ໃຫ້ຄົນ ມີຄ່ານິຍົມ ບໍ່ຖືກ ຄັນເວົ້າ ຈົງຮັກພັກດີ ຕໍ່ລັທທິນັ້ນ ລັທທິນີ້ ແມ່ນກາຣເມືອງ ໜັກແໜ້ນ ແຕ່ວ່າ ລັທທິ ນັ້ນແມ່ນອີຫຍັງ ຕົວຢ່າງ ລັທທິ ມາຣ໌ຄ ເລນິນ ກໍເປັນແນວຄິດ ຂອງທ່ານ ມາຣ໌ ເລນິນ ເພິ່ນສ້າງ ສັງຄົມນິຍົມ ຢູ່ຢູໂຣປພູ້ນ ໃນສັຕວັຕທີ່ 19 ເຮົາສ້າງ ສັງຄົມນິຍົມ ສ້າງຢູ່ບ້ານເຮົາ ຄົນລາວ ສັງຄົມລາວ ເປັນຫຍັງ ຈະຕ້ອງເອົາ ແນວທາງ ກາຣເມືອງ ຂອງ ຜູ້ນັ້ນ ມາເປັນພື້ນຖານ ແນວທາງ ກາຣດຳເນີນ ຂອງເຮົາ?"

ເຖີງຢ່າງໃດ ກໍຕາມ ນັກວິຈາຣ ກາຣເມືອງ ໃນລາວ ເວົ້າວ່າ ໃນສັງຄົມລາວ ທຸກມື້ນີ້ ເຖີງຈະມີ ກາຣພັທນາ ດ້ານເສຖກິຈ ແລະ ສັງຄົມ ແດ່ແລ້ວກໍຕາມ ແຕ່ທາງດ້ານ ແນວຄິດນັ້ນ ຍັງມີກາຣ ຈຳກັດຂອບເຂຕ ໂດຽທີ່ພວກກຳ ອຳນາຈ ຈະບໍ່ຍອມ ຮັບຟັງຄຳເຫັນ ຂອງຜູ້ອື່ນ ແຕ່ຢ່່າງໃດ ແລະ ຖືວ່າເປັນ ຄຳເຫັນ ທີ່ຂັດແຍ່ງ ຂອງກຸ່ມຄົນບໍ່ດີ ທັ້ງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.