ກິຈການຢາງພາຣາ ຂຍາຍໂຕ

ບໍຣິສັດ ລາວ-ໄທ ຈະຂຍາຍ ການປູກ ຢາງພາຣາ ຢູ່ລາວ.

0:00 / 0:00

ກົດຟັງສຽງ

ບໍຣິສັດ ລາວ-ໄທ ຮົ່ວ ຊຶ່ງເປັນ ບໍຣິສັດ ລູກ ຂອງ ບໍຣິສັດ ຜລິດ ຢາງພາຣາ ທີ່ໃຫຍ່ ທີ່ສຸດ ໃນໄທ ມີແຜນ ຈະຂຍາຍ ການປູກ ຢາງພາຣາ ຢູ່ລາວ ໃຫ້ກວ້າງຂວາງ ຈາກ 9,000 ເຮັກຕາຣ໌ ໃນ ປັດຈຸບັນ ໃຫ້ເພິ້ມຂື້ນ ເປັນ 2 ໝື່ນ ເຮັກຕາຣ໌ ພາຍໃນ 8 ປີ ຂ້າງໜ້າ.

ທ່ານ ສເມີ ຈຸນລະມະນີ ຜູ້ອຳນວຍການ ບໍຣິສັດ ລາວ-ໄທ ຮົ່ວ ໃຫ້ສຳພາດ ຢູ່ ນະຄອນຫລວງ ວຽງຈັນ ເມື່ອບໍ່ດົນ ຜ່ານມາ ວ່າ ບໍຣິສັດລາວ-ໄທ ຮົ່ວ ມີແຜນ ຈະຂຍາຍ ການປູກ ຢາງພາຣາ ຢູ່ ລາວ ໃຫ້ກວ້າງຂວາງ ອອກໄປ ເລື້ອຍໆ ໃນສິບປີ ຂ້າງໜ້າ ຈະຂຍາຍ ອອກເປັນ ເຖິງ 3 ໝື່ນ ເຮັກຕາຣ໌. ເມື່ອທ້າຍເດືອນ ຜ່ານມາ ຣັຖບານລາວ ໄດ້ປະກາດ ແຜນການ ຍຸທສາດ ໃນການສ້າງສາ ພັທນາ ປະເທດຊາດ ໃນຣະຍະ 5 ປີ ຂ້າງໜ້າ ຊຶ່ງໃນ ແຜນການ ດັ່ງກ່າວນັ້ນ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ຈະໃຫ້ ສັມປະທານ ທີ່ດິນ ແກ່ ບໍຣິສັດ ເອກກະຊົນ ທັງໝົດ ເຖິງ ເຄິ່ງລ້ານ ເຮັກຕາຣ໌ ເພື່ອປູກ ຢາງພາຣາ ແລະ ພືດອຸດສາຫະກັມ ອື່ນໆ. ບໍຣິສັດ ລາວ-ໄທ ຮົ່ວ ຈະຂຍາຍ ພື້ນທີ່ ປູກ ຢາງພາຣາ ສ່ວນຫລາຍ ໃນແຂວງ ວຽງຈັນ ແລະ ບໍຣິຄຳໄຊ ໃນພາກເໜືອ, ໃນແຂວງ ຄຳມ່ວນ ແລະ ສວັນນະເຂດ ໃນພາກກາງ ແລະ ໃນແຂວງ ສາຣະວັນ ໃນພາກໃຕ້ ຂອງລາວ.

ບໍຣິສັດ ລາວ-ໄທ ຮົ່ວ ເປັນ ບໍຣິສັດລູກ ຂອງ ບໍຣິສັດ ຢາງພາຣາ ຂອງໄທ. ບໍຣິສັດໃຫຍ່ ຂອງໄທ ຕັ້ງ ບໍຣິສັດລູກ ຂື້ນມາ ໂດຍມີການ ຮ່ວມລົງທຶນ ກັບ ບໍຣິສັດ ຂອງຈີນ ໃນເບື້ອງຕົ້ນ ມີເງິນທຶນ ຢູ່ ປະມານ 20 ລ້ານ ດອນລ່າ ສະຫະຣັຖ ປີກາຍ ເພິ້ມຂື້ນ ເປັນ 30 ລ້ານ ແລະ ໃນປີນີ້ ຈະເພິ້ມຂື້ນ ເປັນ 40 ລ້ານດອນລ່າ.

ປັດຈຸບັນ ບໍຣິສັດ ຕ່າງປະເທດ ກຳລັງ ແຂ່ງກັນ ເຂົ້າໄປ ລົງທຶນ ປູກ ຢາງພາຣາ ຢູ່ລາວ ເຊັ່ນ ບໍຣິສັດ Houang Anh Gia Lai ຂອງ ວຽດນາມ ກໍໄດ້ ເຂົ້າໄປ ປູກ ຢາງພາຣາ ແລ້ວ ຫລາຍໝື່ນ ເຮັກຕາຣ໌.