ຄົນງານລາວຍັງບໍ່ພ້ອມ ສໍາລັບອາຊຽນ

ຄົນງານລາວ ຍັງບໍ່ມີ ຄວາມພ້ອມ ທີ່ຈະເຂົ້າຮ່ວມ ກັບແຮງງານ ຂອງ ປະຊາຄົມ ອາຊຽນ.

0:00 / 0:00

ຄົນງານລາວ ສ່ວນຫຼາຍ ຍັງບໍ່ພ້ອມ ທີ່ຈະເຂົ້າສູ່ ວົງການແຮງງານ ຂອງ ປະຊາຄົມ ອາຊຽນ ຍ້ອນວ່າຍັງ ຂາດຄວາມຮູ້ ຄວາມສາມາດ ທີ່ຈະແຂ່ງຂັນ ກັບແຮງງານ ຂອງປະເທດ ສະມາຊິກ ອາຊຽນ ອື່ນໆໄດ້ເທື່ອ. ຊຶ່ງທາງການລາວ ເອງກໍໄດ້ເລີ້ມ ແຜນການ ພັທນາ ຝີມືແຮງງານ ໃຫ້ຄົນງານລາວ ເພື່ອໃຫ້ທຽບເທົ້າ ກັບປະເທດ ສະມາຊິກ ອາຊຽນອື່ນໆ. ແຕ່ທາງ ເຈົ້າໜ້າທີ່ ຫ້ອງການ ແຮງງານ ແຂວງບໍ່ແກ້ວ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ຄືບໍ່ທັນໄດ້ຍິນ ເພິ່ນເວົ້າເທື່ອເນ໋າະ ບໍ່ໄດ້ເຮັດ ຫຍັງເທື່ອ ເພາະວ່າ ເພິ່ນບໍ່ໄດ້ ມາແຈ້ງແຮງງານ ຫຍັງເທື່ອ ເຮົາບໍ່ໄດ້ ຕຽມຫຍັງເທື່ອ ຫັ້ນນ໋ະ".

ນາງເວົ້າຕໍ່ໄປວ່າ ແຜນການພັທນາ ຝີມືແຮງງານ ທີ່ຣັຖບານ ຄາດວ່າຈະ ຕຣຽມການໄວ້ ສໍາລັບ ແຮງງານລາວນັ້ນ ປານນີ້ ຍັງບໍ່ທັນ ມີຄໍາສັ່ງ ມາຮອດທາງແຂວງ ໃນເວລາ ດຽວກັນ ຫາກຣັຖບານ ຈະເນັ້ນໜັກ ເຮັດໃຫ້ ຄົນງານລາວ ທີ່ມີຄວາມ ຮູ້ໜ້ອຍ ການສຶກສາ ບໍ່ສູງ ຮວມທັງຂາດ ປະສົພການ ໃນວຽກງານ ໃຫ້ມີຄວາມພ້ອມ ເຂົ້າສູ່ແຮງງານ ປະຊາຄົມ ອາຊຽນ ໃນເວລາອັນສັ້ນນີ້ ຄົງເປັນໄປ ໄດ້ຍາກ. ເຫດຜົນອີກ ຢ່າງນຶ່ງກໍແມ່ນ ທາງສູນກາງ ບໍ່ໄດ້ ປະສານງານ ໄປຫາທາງແຂວງ ເທື່ອ ຊຶ່ງອາດຈະມີ ແຕ່ຄົນງານ ໃນນະຄອນຫລວງ ວຽງຈັນ ທີ່ອາຈຮູ້ ຂ່າວແດ່ເລັກນ້ອຍ. ດັ່ງນາງວ່າ:

"ຣັຖບານເພິ່ນ ວ່າແນວໃດ ເພິ່ນຕຽມງານ ແນວໃດ ເພິ່ນບໍ່ໄດ້ແຈ້ງ ໃຫ້ທາງແຂວງ ຮັບຮູ້ຫັ້ນນ໋ະ ຂແນງເຮົາຍັງ ບໍ່ໄດ້ເຮັດ ຫຍັງເທື່ອ ກໍຈະມີແຕ່ ນະຄອນຫລວງ ທີ່ເພິ່ນເຮັດ ຫັ້ນນ໋ະ".

ເຖິງຢ່າງໃດ ກໍຕາມ ອີງຕາມ ປະຊາຄົມ ອາຊຽນ ແຮງງານ ຈະສາມາດ ໂຍກຍ້າຍ ໄປມາລະຫວ່າງ ສະມາຊິກ ອາຊຽນ ນໍາກັນໄດ້ ຢ່າງເສຣີ ເມື່ອເຖິງປີ 2015 ແຕ່ຮອດປານນີ້ ແຮງງານລາວ ໂດຍສະເພາະ ໃນຕ່າງແຂວງ ຍັງບໍ່ທັນໄດ້ ກະຕຣຽມ ເຣື່ອງພັທນາ ຝີມືແຮງງານ ຊຶ່ງຫລາຍຄົນ ເຫັນວ່າ ແຮງງານລາວ ຄົງຈະບໍ່ສາມາດ ແຂ່ງຂັນ ກັບແຮງງານ ຈາກ ປະເທດອື່ນໄດ້ ຊຶ່ງຈະເຮັດ ໃຫ້ເສັຍຜົນ ປະໂຫຍດ.