ກົດຟັງສຽງ
ປັດຈຸບັນ ຢູ່ພາຍ ໃນແຂວງ ຫົວພັນ ມີວຽກງານ ຫລາຍຢ່າງ, ສ່ວນໃຫຍ່ ຈະເປັນວຽກ ປະເພດ ການກໍ່ສ້າງ. ບໍຣິສັດ ກໍ່ສ້າງ ສ່ວນຫລາຍ ມັກຈ້າງ ຄົນງານ ຕ່າງດ້າວ ເພາະເຫັນວ່າ ຄົນງານລາວ ບໍ່ຄ່ອຍ ຈະຮັບ ຜິດຊອບ ຕໍ່ວຽກງານ. ດັ່ງທ່ານ ຊອນຊັນ ເຈົ້າໜ້າທີ່ ຄຸ້ມຄອງ ແຮງງານ ແຂວງຫົວພັນ ເວົ້າກ່ຽວກັບ ເຣື້ອງນີ້ ວ່າ:
"ກໍເຮັດຢູ່ ຂະເຈົ້າ ກໍເຮັດ ແຕ່ວ່າ ນັກທຸຣະກິດ ເຂົາບໍ່ມັກ ໃຊ້ປານໃດ ເພາະວ່າ ຄົນລາວມັກ ຂາດວຽກ ແລະ ເຮັດວຽກ ຢູ່ໃກ້ເຮືອນ ຂະເຈົ້າ ບາງເທື່ອ ກໍຄອບຄົວ ເຈັບບໍ?, ລູກເຈັບບໍ?, ເມັຍເຈັບບໍ? ຫລືວ່າ ອັນນັ້ນ ອັນນີ້ ແລ້ວ ມັກຂາດ, ເຂົາມັກ ໃຊ້ແຮງງານ ຕ່າງປະເທດ ທີ່ເຂົາ ຢູ່ໄກ ເຂົາບໍ່ມັກ ຂາດວຽກ ຄົນລາວ ມັກຂາດວຽກ".
ທ່ານເວົ້າ ຕໍ່ໄປວ່າ ຄົນງານລາວ ທີ່ຢູ່ໃກ້ ບ່ອນເຮັດການ ມັກຈະມີ ບັນຫາ ແລະ ວຽກສ່ວນໂຕ ຫຍຸ້ງຍາກ ເລື້ອຍໆ, ຄົນງານລາວ ສ່ວນໃຫຍ່ ບໍ່ມີຄວາມ ອົດທົນ ບໍ່ເອົາ ໃຈໃສ່ຕໍ່ ວຽກການ ເຮັດໃຫ້ ການກໍ່ສ້າງ ຫລາຍອັນ ຫລ້າຊ້າ. ສ່ວນຄົນງານ ຕ່າງດ້າວ ຈໍາເປັນ ຕ້ອງໄດ້ ສູ້ທົນ ຫາເງິນ ສົ່ງໄປລ້ຽງ ຄອບຄົວ. ສ່ວນຫລາຍ ຄົນງານ ຕ່າງດ້າວ ຈະບໍ່ຂາດ ວຽກ ຫາກບໍ່ມີ ຄວາມຈໍາເປັນ ຈົນເຫລືອ ວິສັຍ.
ເຖິງຢ່າງໃດ ກໍຕາມ ປັດຈຸບັນ ມີຄົນງານ ຕ່າງດ້າວ ໃນແຂວງ ຫົວພັນ ທີ່ລົງທະບຽນ ໃນກົມ ແຮງງານ ປະມານ 500 ຄົນ ຊື່ງມີ ຄົນຈີນ, ວຽດນາມ ແລະ ອິນເດັຍ ພວກຂະເຈົ້າ ໄດ້ເງິນເດືອນ ສະເລັ່ຍ ປະມານ 5 ແສນກີບ ຫລືຫລາຍ ກວ່ານັ້ນ ອີງຕາມ ໜ້າວຽກ ແລະ ຝີມື.
ຫາກຄົນງານ ລາວ ບໍ່ປ່ຽນແປງ ພັທນາ ຕົນເອງ ອາດເຮັດໃຫ້ ມີຄົນງານ ຕ່າງດ້າວ ມີເພີ້ມຂຶ້ນໄດ້ ພາຍໃນ ແຂວງ ຫົວພັນ.
