ຜູ້ນໍາຣູ້ນໃໝ່ອາຈຊ່ວຍ ຫຼຸດຜ່ອນບັນຫາສໍ້ຣາສ

ປະຊາຊົນ ຊາວລາວ ເຊື່ອວ່າ ນັກການເມືອງ ລຸ້ນໃຫມ່ ໃນອະນາຄົດ ຈະຊ່ອຍຫລຸດຜ່ອນ ການສໍ້ຣາສ ບັງຫລວງ ລົງໄດ້.

0:00 / 0:00

ກົດຟັງສຽງ

ຊາວລາວ ຜູ້ນື່ງເວົ້າວ່າ ນັກການເມືອງ ຣູ້ນໃຫມ່ ຈະຊ່ອຍຜ່ອນເບົາ ເຣື່ອງສໍ້ຣາສ ບັງຫລວງ ໃນລາວລົງໄດ້ ຍ້ອນວ່າ ພວກຂະເຈົ້າ ໄດ້ຜ່ານການ ຝຶກອົບຮົມ ໃຫ້ມີຄວາມ ຮັກຊາດ ດ່ັງນັ້ນ ຂະເຈົ້າອາດ ຈະບໍ່ຫຍຸ້ງໃນ ເຣື່ອງສໍ້ຣາສ ບັງຫລວງ. ດ່ັງລາວໄດ້ກ່າວ ໃນຕອນນື່ງວ່າ:

"ດ້ວຍເຫດວ່າ ເຂົານັກການເມືອງ ຣູ້ນໃຫມ່ ຫັ້ນນະ ເຂົາກໍມີ ການສືກສາ ຜ່ານການ ຮຽນມາ ມີຄວາມຮູ້ຫລາຍ ແຕ່ວ່າຊີ່ໃຫ້ຈັດການ ໄປລວດດຽວເລີຍ ຄົງຊີ່ບໍ່ໄດ້ ໃຫ້ຄ່ອຍ ເປັນຄ່ອຍໄປ ຈະດີກວ່າ".

ຊາວລາວ ຄົນດັ່ງກ່າວ ເວົ້າຕໍ່ໄປວ່າ ການສໍ້ຣາສ ບັງຫລວງ ຂອງ ເຈົ້າຫນ້າທີ່ຣັຖ ໃນລາວ ມີຫລາຍຮູບແບບ ດັ່ງການ ຮັບສີນບົນ ການກັ່ນແກ້ງ ການເອົາປຽບ ປະຊາຊົນ ການຫລີ້ນພັກ ຫລີ້ນພວກ ແລະ ການສໍ້ໂກງ ປະເພດຕ່າງໆ ກຸ່ມນັກການເມືອງ ຣູ້ນໃຫມ່ ຫລືເຈົ້າຫນ້າທີ່ ຣັຖຜູ້ທີ່ໄດ້ ຜ່ານການຝືກ ອົບຮົບ ໃນການຮັກຊາດ ຮັກປະຊາຊົນ ຢ່າງແທ້ຈີງ ຈະສາມາດ ຫລຸດຜ່ອນ ການສໍ້ຣາສ ບັງຫລວງ ເລົ່ານັ້ນລົງໄດ້.

ທ່ານວ່າ ໃນປັດຈຸບັນ ເຖີງແມ່ນວ່າ ຈະມີອົງການ ກວດສອບ ແລະ ເລກໂທລະສັບ ສຳລັບລາຍງານ ການສໍ້ຣາສ ບັງຫລວງ ແຕ່ຈະບໍ່ໄດ້ ຜົລເພາະ ປະຊາຊົນ ສ່ວນໃຫຍ່ ບໍ່ກ້າລາຍງານ ເພາະຢ້ານ ຜົລກະທົບ ທີ່ ຈະຕາມມາ ຍ້ອນຂະເຈົ້າ ເຮັດກັນເປັນ ຂະບວນການ ແລະ ເປັນເຄື່ອຂ່າຍ ທີ່ສລັບສັບຊ້ອນ. ບາງທີ່ຜູ້ທີ່ ຕົນລາຍງານ ໄປນັ້ນ ເປັນກຸ່ມດຽວ ກັບພ ວກຂະເຈົ້າ.