ກົດຟັງສຽງ
ສະຖານທູຕ ລາວ ທິ່ ບາງກອກ ຖແລງວ່າ ທາງການລາວ ໄດ້ ບໍຣິຈາກ ເງິນ 1 ລ້ານ 5 ແສນບາດ ຫລຶ ປະມານ 50 ພັນ ໂດລາ ໃຫ້ແກ່ ຣັຖບານໄທ ໃນມຶ້ວັນທີ 13 ຕຸລາ 2011 ເພຶ່ອຊ່ອຍເຫຼືອ ຜູ້ປະສົບ ພັຍ ນ້ຳຖ້ວມ ໃນໄທ.
ເງິນຈຳນວນ ດັ່ງກ່່າວ ຖືກ ຮັບ-ມອບ ໂດຍ ທ່ານ ອ້ວນ ພົມມະຈັກ ເອກອັຄຣາຊທູດ ລາວ ທີ່ ບາງກອກ ແລະ ຣັຖມົນຕຣີ ຕ່າງປະເທດ ທ່ານ ສຸຣະພົງ ໂຕວິຈັກໄຊກຸນ ທິ່ ກະຊວງ ການຕ່າງ ປະເທດ ທິ່ ບາງກອກ.
ທ່ານ ອ້ວນ ກ່າວວ່າ ເຖິງແມ່ນວ່າ ເງິນຈຳນວນຫນ້ອຍ ແຕ່ກໍຂໍ ສະແດງ ເຖິງນ້ຳໃຈ ໄມຕຣີ ຂອງ ຣັຖບານລາວ ແລະ ປະຊາຊົນ ລາວ ທິ່ຢາກຊ່ອຍ ຊາວໄທ ທິ່ໄດ້ຮັບ ຜົລກະທົບ ຈາກ ນ້ຳຖ້ວມ. ໃນຂນະ ດຽວກັນ ທ່ານ ສຸຣະພົງ ກໍກ່າວວ່າ ຈຳນວນ ບໍ່ສຳຄັນ ສິ່ງສຳຄັນ ກໍຄືຄວາມ ເອື້ອເຟື້ອ ອາຣີ ຂອງ ປະຊາຊົນ ຣະຫວ່າງ ສອງ ປະເທດ ທິ່ຢາກ ຊ່ວຍເຫລຶອ ຊຶ່ງກັນແລະກັນ ໃນຍາມ ຫຍູ້ງຍາກ ຂັດສົນ.
ທ່ານ ສຸຣະພົງ ສະແດງ ຄວາມຂອບໃຈ ຕໍ່ ຣັຖບານລາວ ແລະ ປະຊາຊົນ ລາວ ໃນການ ຊ່ອຍເຫລຶອ ແລະ ຈະແຈ້ງຂ່າວ ໄປຍັງ ນາຍົກ ຣັຖມົນຕຣີໄທ ແລະ ປະຊາຊົນໄທ ໃນການ ຊ່ວຍເຫຼືອ ຈາກ ສປປ ລາວ.
ໃນເດຶອນ ຜ່ານມາ ປະເທດໄທ ໄດ້ຊ່ວຍເຫລຶອ ລາວ 2 ລ້ານ 5 ແສນບາດ ໃນເຫດພັຍ ນ້ຳຖ້ວມ ໃນລາວ.
