ກົດຟັງສຽງ
ເຈົ້າຫນ້າທີ່ ກະຊວງ ສັງຄົມ ສົງເຄາະ ທ່ານນື່ງ ເວົ້າວ່າ ທາງການ ລາວ ຈະເລີ້ມ ນຳກົດຫມາຍ ຫ້າມໃຊ້ ແຮງງານ ເດັກນ້ອຍ ມາບັງຄັບ ໃຊ້ ຢ່າງເຄັ່ງຄັດ ໃນທົ່ວປະເທດ ເພື່ອປ້ອງກັນ ການຕົວະຍົວະ ຫລອກໃຊ້ ແຮງງານ ເດັກນ້ອຍ ແລະ ສົ່ງໄປເປັນ ແຮງງານ ເຖື່ອນ ໃນປະເທດ ໃກ້ຄຽງ. ດັ່ງທ່ານ ກ່າວວ່າ:
"ພ້ອມນີ້ ກໍ່ໄດ້ ກຳນົດ ແຜນຍຸທສາດ ການພັທນາ ດ້ານແຮງງານ ແລະ ສວັດດີການ ສັງຄົມ ແຕ່ນີ້ ຮອດປີ 2020 ຊື່ງໃນນັ້ນ ໄດ້ກຳນົດ ແຜນການ ໂຄງການ ຣະອຽດ ກ່ຽວກັບ ການປົກປ້ອງ ແລະ ສະກັດກັ້ນ ການນຳໃຊ້ ແຮງງານ ເດັກນອ້ຍ".
ທ່ານກ່າວ ຕໍ່ໄປ ວ່າ ແຕ່ປີ 2011 ເປັນຕົ້ນມາ ທາງການລາວ ໄດ້ເພີ້ມ ມາຕການ ການປົກປ້ອງ ການໃຊ້ ແຮງງານ ເດັກນ້ອຍ ພາຍໃຕ້ ກົດຫມາຍ ແຮງງານ ແລະ ກົດຫມາຍ ສິດທິ ເດັກນ້ອຍ ຢ່າງເຄັ່ງຄັດ ເພາະເປັນ ບັນຫາ ທາງດ້ານ ສັງຄົມ ທີ່ສຳຄັນ ແລະ ຫນ້າເປັນຫວ່ງ ໃນລາວ.
ບັນຫາ ການໃຊ້ ແຮງງານ ເດັກນ້ອຍ ເຄື່ອນທີ່ ໃນລາວ ກໍ່ເປັນ ບັນຫາ ສຳຄັນ ເພາະ ຍັງມີ ເດັກນ້ອຍລາວ ເປັນຈຳນວນ ຫລວງຫລາຍ ທີ່ຖືກຫລອກ ໄປເຮັດວຽກ ໃນຕ່າງ ປະເທດ ໂດຍສະເພາະ ໃນປະເທດ ໃກ້ຄຽງ ຊື່ງບໍ່ມີ ກົດຫມາຍ ປົກປ້ອງ ສິດທິ ຂອງພວກ ຂະເຈົ້າ. ໃນຣະຍະ ຜ່ານມາ ການບັງຄັບໃຊ້ ກົດຫມາຍ ດ່ັງກ່າວ ຈະເຮັດໃຫ້ ເກີດຄວາມ ປອດພັຍ ແກ່ເດັກນ້ອຍ ທີ່ຖືກ ຫລອກລວງ ຫລາຍຂື້ນ ເພາະ ຈະມີການ ຈັບກຸມ ແລະ ລົງໂທດ ກຸ່ມທີ່ຝ່າຝືນ ກົດຫມາຍ.
ເດັກນ້ອຍ ທີ່ຕົກເປັນ ເຫຍື່ອຂອງກຸ່ມ ຄ້າມະນຸດ ເປັນບັນຫາ ໃຫຍ່ ໃນລາວ ເຖິງແມ່ນວ່າ ທາງການລາວ ຈະມີການ ຮ່ວມມື ກັບປະເທດ ເພື່ອນບ້ານ ຫລາຍປານໃດ ກໍ່ຕາມ ແຕ່ກໍ່ຍັງ ບໍ່ສາມາດ ແກ້ໄຂ ບັນຫາໄດ້ ເພາະ ຕົ້ນເຫດ ຂອງ ບັນຫາ ບໍ່ຖືກ ປ້ອງກັນ ແລະ ປາບປາມ.
