ກົດຟັງສຽງ
ໂຄງການ ຣົຖໄຟ ຄວາມໄວສູງ ລາວ-ຈີນ ຍັງບໍ່ມີ ຄວາມຄືບຫນ້າ ຍ້ອນທາງການຈີນ ເຮັດລາຍລະອຽດ ການສ້າງສາ ບໍ່ທັນສຳເຣັດ ຍັງຕ້ອງການ ການສຳຣວດ ເພີ້ມເຕີມ ຈື່ງມີການ ເລືີ່ອນເວລາ ອອກໄປ ແລະ ປະຊາຊົນ ກໍ່ຍັງບໍ່ທັນ ໄດ້ໂຍກຍ້າຍ ຈາກເຂດທີ່ີ ຈະໄດ້ຮັບ ຜົນກະທົບ ນັ້ນເທື່ອ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ:
"ຕອນນີ້ ເຂົາຍັງຜ່ານບົດ ສືກສາຢູ່ ບົດລາຍງານ ຄວາມເປັນ ໄປໄດ້ ກໍ່ປະສານຢູ່ ບົດລາຍງານ ເຂົາກໍ່ຍັງ ບໍ່ທັນ ຮຽບຮ້ອຍເທື່ີອ ຕອນນີ້ຍັງ ບໍ່ທັນມີໃຜ ຮູ້ຫຍັງເທືີ່ອ ສືກສາ ຜົລກະທົບ ເຂົາກໍເຮັດ ໄປເລື້ອຍໆ ທາງລາວ ແຫລະເຮັດ".
ເຈົ້າຫນ້າທີ່ ກ່າວຕໍ່ໄປວ່າ ຈາກກຳນົດເດີມ ທີ່ຈະ ລົງມືສ້າງ ໃນວັນ ທີ 25 ເມສາ ຜ່ານມາ ມາຮອດ ປັດຈຸບັນ ກໍ່ຍັງບໍ່ມີ ຄວາມຄືບຫນ້າ ເຖິງແມ່ນວ່າ ຣັຖບານລາວ ແລະ ຈີນ ຈະມີການ ປະສານງານ ກ່ຽວກັບ ເລື້ອງນີ້ ມາກ່ອນແລ້ວ ກໍ່ຕາມ ທາງຝ່າຍລາວ ກໍ່ຍັງຈ້າງ ບໍຣິສັດ ເອກກະຊົນ ມາປະເມີນ ຜົລກະທົບ ນັ້ນຢູ່ ແຕ່ຝ່າຍຈີນ ຍັງບໍ່ມີ ປະຕິກິຣິຍາ ຫຍັງເທືີ່ອ. ການໂຍກຍ້າຍ ປະຊາຊົນ ໃນເຂດເມືອງ ຫລວງນ້ຳທາ ຫລາຍຄົວເຮືອນ ຕ້ອງໄດ້ຖ້າ ໄປກອ່ນ ດັ່ງເຈົ້າຫນ້າທີ່ ຫລວງນ້ຳທາ ທ່ານນື່ງເວົ້າວ່າ:
"ບໍ່ຮູ້ເຂົາ ບໍ່ມາ ພົວພັນ ມັນເປັນ ຣັຖບານ ຮັບຜິດຊອບ ໂດຍກົງ ເຂົາບໍ່ມອບ ໃຫ້ພວກເຮົາເຮັດ ແມ່ນພາກສ່ວນອື່ນ".
ໂຄງການຣົຖໄຟ ຄວາມໄວສູງ ລາວ-ຈີນ ມີກຳນົດ ສ້າງໃຫ້ສຳເຣັດ ໃນປີ 2015 ໃນປັດຈຸບັນ ຍັງບໍ່ຮູ້ ວັນເວລາ ທີ່ແນ່ນອນ ໃນການ ກໍ່ສ້າງເທື່ອ. ທ່ານ ສົມສວາດ ເລັ່ງສວັດ ຮອງນາຍົກ ຣັຖມົນຕຣີ ລາວ ແລະ ຜູ້ປະຈຳການ ຄນະຣັຖບານ ກ່າວວ່າ ໂຄງການສ້າງ ທາງຣົຖໄຟ ຄວາມໄວສູງ ລາວ-ຈີນ ຈະລົງມື ໃນປີນີ້ ເພືີ່ອຈະສ້າງ ໃຫ້ແລ້ວ ໃນປີ 2015.