ທາງຣົດໄຟ ລາວ-ຈີນ ອາຈຍົກເລີກ

ໂຄງກາຣ ສ້າງທາງ ຣົຖໄຟ ຄວາມໄວສູງ ໃນລາວ ໂດຽກາຣ ຮ່ວມມື ຂອງ ສປຈີນ ອາຈຖືກ ຍົກເລີກ.

0:00 / 0:00

ກົດຟັງສຽງ

ໃນ ປັຈຈຸບັນ ມີຂ່າວ ຊ່າລືກັນ ໃນສັງຄົມ ທົ່ວ ນະຄອນຫລວງ ວຽງຈັນ ກ່ຽວກັບໂຄງກາຣ ສ້າງທາງ ຣົຖໄຟ ຄວາມໄວສູງ ຈາກຈີນ ລົງມາ ເຖິງປະເທສ ລາວ ນັ້ນວ່າ ກຳລັງ ປະສົບ ກັບບັນຫາ ຫລາຍຢ່າງ ທີ່ອາຈ ເຖິງຂັ້ນຕ້ອງ ໄດ້ຍົກເລີກ ກໍເປັນໄດ້ ຍ້ອນວ່າ ເຈົ້າໜ້າທີ່ ຣະດັບສູງ ຂອງ ລາວແລະຈີນ ບໍ່ສາມາດ ຕົກລົງ ກັນໄດ້ ເຊັ່ນວ່າ: ຜົລປໂຍຊນ໌ ໃນພື້ນ ທີ່ດິນ ທີ່ຈະໃຊ້ ໃນກາຣ ກໍ່ສ້າງ ນັ້ນ ຈຶ່ງມີກາຣ ເລື່ອນ ອອກ ໄປໂດຽ ບໍ່ມີ ກຳໜົດ ຫລືຂໍ້ສຣຸບ ກັນໄດ້ ແຕ່ຢ່າງໃດ.

ແຫລ່ງຂ່າວ ທີ່ບໍ່ປະສົງ ອອກຊື່ ໄດ້ແຈ້ງຕໍ່ ທາງ ເອເຊັຽເສຣີ ວ່າ ສາເຫຕ ໜຶ່ງ ທີ່ອາຈເຮັດໃຫ້ ໂຄງກາຣ ສ້າງຣົຖໄຟ ຄວາມໄວ ສູງດັ່ງກ່າວ ເກີດຂຶ້ນ ບໍ່ໄດ້ນັ້ນ ກໍຍ້ອນວ່າ ຕົວແທນ ຂອງຈີນ ຕ້ອງກາຣ ພື້ນທີ່ດິນ ຫລາຍຕອນ ທີ່ຢູ່ໃກ້ກັບ ບ່ອນທີ່ຈະສ້າງ ສະຖານີຕ່າງໆ ຢູ່ຕາມ ຕົວເມືອງ ທີ່ສຳຄັນ ເຊັ່ນ: ຫລວງນ້ຳທາ ຫລວງພຣະບາງ ແລະ ວັງວຽງ ເພື່ອນຳໄປ ເຮັດທຸຣະກິຈ ສ່ວນຕົວ ແຕ່ວ່າທາງກາຣ ລາວ ບາງຄົນ ບໍ່ເຫັນ ພ້ອມນຳ ຈຶ່ງບໍ່ສາມາດ ຕົກລົງ ກັນໄດ້.

ໃນຂນະດຽວກັນ ນີ້ ທາງອົງກາຣ ຣົຖໄຟຟ້າ ແຫ່ງຊາຕ ກໍຍັງບໍ່ທັນ ໄດ້ຮັບຣາຍງານ ດ້ານ ຄວາມຄືບໜ້າ ຈາກທາງ ຣັຖບາລ ລາວ ແລະ ຈາກ ທາງຣັຖບາລ ຈີນ ແຕ່ຢ່າງໃດ ເທື່ອໃນ ປັຈຈຸບັນ ດັ່ງເຈົ້າ ໜ້າທີ່ ກ່ຽວຂ້ອງ ຝ່າຍລາວ ທ່ານໜຶ່ງໃຫ້ ຄວາມເຫັນວ່າ:

“ໂອ້ວະ ຕົວນີ້ກໍໃຫ້ ຄຳຕອບບໍ່ໄດ້ ກຳລັງ ຢູ່ໃນອັນ ນັ້ນຢູ່ ຢູ່ໃນຂະບວນ ກາຣ້ອນ ນັ້ນຢູ່ ທຳງານ ອໍ້ ດຽວນີ້ ຕອນນີ້ ຢູ່ໃນ ຂະບວນກາຣ Internal ຢູ່ໃນ ຂະບວນກາຣ ພາຍໃນ”.

ໂຄງກາຣ ສ້າງທາງຣົຖ ໄຟຄວາມໄວສູງ ດັ່ງກ່າວນີ້ ມີມູລຄ່າ ຮວມທັງໝົດ ປະມານ 7,000 ລ້ານ ດອລລາຣ໌ ສະຫະຣັຖ ໂດຽແມ່ນ ຈີນ ເປັນຜູ້ຖືຫຸ້ນ 70% ແລະສ່ວນທີ່ ເຫລືອ 30% ນັ້ນ ເປັນພາຄສ່ວນ ຂອງ ທາງ ຣັຖບາລ ລາວ ຊຶ່ງໂຄງກາຣ ດັ່ງກ່າວ ຈະເຣີ່ມ ຈາກເມືອງ ຊາຍແດນ ບໍ່ຫານ ໃນແຄວ້ນ ຢູນນານ ລົງມາຫາ ເມືອງບໍ່ເຕັນ ແຂວງ ຫລວງນ້ຳທາ ແລ້ວຜ່ານໄປ ແຂວງອຸດົມໄຊ ຫລວງພຣະບາງ ເມືອງວັງວຽງ ແຂວງ ວຽງຈັນ ກ່ອນຈະເຖິງ ນະຄອນຫລວງ ວຽງຈັນ ໂດຽຈະມີຄວາມຍາວທັງໝົດ 421 ກິໂລແມ໊ຕ.