ຕາໜ່າງໄຟຟ້າອາຊຽນ ລາວຈະເສັຽປຽບ

ໂຄງການ ຕາໜ່າງ ສົ່ງໄຟຟ້າ ໃນປະເທດ ສະມາຊິກ ອາຊຽນ ຈະບໍ່ມີ ຜົນດີ ຕອບແທນ ສປປລາວ ຍ້ອນ ຄວາມຕ້ອງການ ພລັງງານ ໄຟຟ້າ ໃນລາວ ຍັງມີໜ້ອຍ.

0:00 / 0:00

ນັກວິຊາການ ໄທ ອະທິບາຍ ຕໍ່ເອເຊັຽ ເສຣີວ່າ ໂຄງການ ຣະບົບ ຕາໜ່າງ ສົ່ງໄຟຟ້າ ອາຊຽນ (ASEAN Power Grid) ທີ່ 10 ປະເທດ ສະມາຊິກ ມີແຜນ ຈະຮ່ວມມືກັນ ສ້າງຂື້ນນັ້ນ ອາດເຮັດໃຫ້ ສປປ ລາວ ເສັຽປຽບ ຍ້ອນວ່າ ຕ້ອງໄດ້ຮ່ວມ ຮັບພາລະ ຄ່າໃຊ້ຈ່າຍ ທີ່ ປະຊາຊົນລາວ ບໍ່ໄດ້ໃຊ້ ແລະ ຄວາມຕ້ອງການ ໃນປະເທດ ຍັງມີນ້ອຍ. ດັ່ງທ່ານ ໄດ້ກ່າວວ່າ:

"ມີຄໍາແປ ສັ້ນໆວ່າ ຣະບົບສາຍສົ່ງ ລະຫ່ວາງເຂື່ອນ ໄປຫາ ຊາຍແດນ ດັ້ງເດີມ ແມ່ນບໍຣິສັດ ລົງທືນ ເປັນຜູ້ສ້າງ ແຕ່ວ່າຕໍ່ໄປ ຈະປ່ຽນ ຣະບົບ ສາຍສົ່ງເປັນ 500 kv. ຫລາຍໂຄງການ ທີ່ຈະຮ່ວມໃຊ້ 500 kv ເປັນທາງອອກ ຜົນກໍຄືວ່າ ເງິນທີ່ຈະໃຊ້ ລົງທືນ 500 Kv ພາກສ່ວນ ທີ່ຜ່ານລາວນີ້ ໄຟຟ້າລາວ EDL ຕ້ອງເປັນ ຜູ້ຢືມເງິນມາສ້າງ".

ປະເທດ ສະມາຊິກ ອາຊຽນ ໄດ້ລົງນາມ ເອກກະສານ ບັນທືກ ຄວາມເຂົ້າໃຈກັນ ສ້າງຣະບົບ ສາຍສົ່ງ ໄຟຟ້າ ອາຊຽນ ເມື່ອປີ 2008 ເພື່ອໃຊ້ໄຟຟ້າ ຮ່ວມກັນ ແລະ ຄາດວ່າ ຈະໃຊ້ວຽກໄດ້ ເລີ້ມແຕ່ ປີ 2015 ອັນເປັນຜົນດີ ແກ່ ປະເທດ ທີ່ຕ້ອງການໃຊ້ ໄຟຟ້າຫລາຍ. ສໍາລັບ ສປປລາວ ທີ່ເປັນທາງຜ່ານ ຂອງຣະບົບ ສາຍສົ່ງ ອາດເສັຽປຽບ ຍ້ອນວ່າ ຈະເປັນຜູ້ລົງທືນ ສ້າງເອງ. ທ່ານວ່າ ລາວ ມີເຂື່ອນໄຟຟ້າ ຫລາຍປານໃດ ຍິ່ງຈະສ້າງ ຣະບົບສາຍສົ່ງ ຫລາຍເທົ່ານັ້ນ.

ເມື່ອເຂົ້າສູ່ ຣະບົບສາຍສົ່ງ ອາຊຽນ ແລ້ວ ພາລະ ໃນການໃຊ້ຈ່າຍ ທັງໝົດ ຈະຕົກເປັນ ຂອງຝ່າຍລາວ ມີທາງດຽວ ທີ່ລາວຈະສາມາດ ຫລຸດພາລະ ແບກຫາມນີ້ໄດ້ ໂດຍເຊັນສັນຍາ ຮຽກຄ່າທໍານຽມ ຈາກການໃຊ້ ສາຍສົ່ງ ໃນສ່ວນທີ່ຜ່ານ ປະເທດລາວ.