ສິດທິແຮງງານຢູ່ລາວ

ແຮງງານລາວ ຈະມີ ປະສິດທິພາບ ຫລາຍຂື້ນ ໃນການ ເຮັດວຽກ ຖ້າມີການ ປົກປ້ອງ ສິດທິ ຈາກ ສະຫະພັນ ແຮງງານ.

0:00 / 0:00

ກົດຟັງສຽງ

ກຸ່ມ ກັມມະກອນ ໃນລາວ ໃນ ປັດຈຸບັນ ຍັງບໍ່ຖືກ ປົກປ້ອງ ສິດທິ ຈາກ ອົງການ ກັມມະບານ ຈາກ ການກົດຂີ່ ແຮງງານ ຂອງ ນາຍຈ້າງ ກຸ່ມແຮງງານ ໃນລາວ ຍັງບໍ່ໄດ້ຮັບ ຄວາມ ຍຸທຕິທັມ ພຽງພໍ ໃນການ ເຮັດວຽກ. ນາຍຈ້າງ ບາງຄົນ ກໍ່ກົດຂີ່ ຂົ່ມເຫັງ ລູກຈ້າງ ດ້ວຍການ ໃຫ້ຄ່າ ແຮງງານຕ່ຳ ເຮັດວຽກ ເກີນເວລາ ແລະ ບໍ່ມີ ປະກັນ ສັງຄົມ ໃນຊີວີດ ຂອງ ພວກຂະເຈົ້າ. ດັ່ງນັ້ນ ຣັຖບານລາວ ຈື່ງຮຽກຮ້ອງ ໃຫ້ອົງການ ກັມມະບານ ລາວ ໃຫ້ຄວາມ ສຳຄັນ ດ້ານນີ້ ເປັນພິເສດ. ດັ່ງເຈົ້າ ຫນ້າທີ່ ຣະດັບ ສຸງ ສປປລາວ ກ່າວວ່າ:

"ຢາກເຮັດ ໃຫ້ດີ ອົງການ ກັມມະບານ ລາວ ຕ້ອງປະສານ ສົມທົບ ກັບບັນດາ ຂແນງການ ທີ່ກ່ຽວຂ້ອງ ເພີ້ມທະວີ ການກວດກາ ຕິດຕາມ ຮຽກຮ້ອງ ເຈົ້າຂອງ ທຸຣະກິດ ປະກອບການ ປະຕິບັດ ຣະບອບ ນະໂຍບາຍ ຕໍ່ຜູ້ ອອກແຮງງານ ຢ່າງເຂັ້ມງວດ ຍີ່ງຕ້ອງ ຄວບຄຸມ ໄປກັບ ການປັບປຸງ ຊີວີດ ການເປັນຢູ່ ຂອງ ກັມມະກອນ ຜູ້ອອກ ແຮງງານ".

ທ່ານກ່າວ ຕໍ່ໄປວ່າ ບັນຫາ ແຮງງານ ທີ່ຂາດ ປະສິດທິພາບ ໃນການ ເຮັດວຽກ ຈະສົ່ງຜົລ ກະທົບ ຕໍ່ນະໂຍບາຍ ການພັທນາ ເສຖກິດ ຂອງ ຣັຖບານ ໃນການທີ່ ຈະເຮັດໃຫ້ ສປປລາວ ກາຍເປັນ ປະເທດ ອຸດສາຫະກັມ ໃນປີ 2020 ແລະ ການຫລຸດພົ້ນ ຈາກ ຖານະ ຄວາມທຸກຈົນ ຂອງ ປະຊາຊຊົນ ລາວ ໃນ ທົສວັດ ຫນ້າ. ແຮງງານລາວ ເປັນແຮງງານ ທີ່ຂາດ ສີມື ແລະ ມາຕຖານ ເຮັດວຽກ ຈື່ງເຮັດໃຫ້ ນັກລົງທືນ ບໍ່ຢາກ ມາລົງທືນ ໃນລາວ. ການຂາດ ປະສີດທິພາບ ໃນການ ທຳງານ ກໍ່ເຮັດ ໃຫ້ຜົລຜລີດ ຕ່ຳ.