ຢາບ້າຍັງແພ່ ການປຸ້ນຈີ້ກໍຕາມມາ

ບັນຫາ ຢາບ້າ ຍັງແພ່ຫລາຍ ໃນ ນະຄອນຫລວງ ວຽງຈັນ ເຮັດໃຫ້ເກີດ ມີກາຣ ປຸ້ນຈີ້ ກັນເລື້ອຍໆ.

0:00 / 0:00

ກົດຟັງສຽງ

ຢູ່ ນະຄອນຫລວງ ວຽງຈັນ ປັຈຈຸບັນ ຍັງມີເຫຕ ອາຊຍາກັມ ເກີດຂຶ້ນຢູ່ ເລື້ອຍໆ ຈາກກຸ່ມ ວັຍຣຸ້ນ ທີ່ຫາງັດແງະ ເຂົ້າບ້ານເຮືອນ ປຸ້ນຈີ້ເອົາ ຊັພສິນ ເງິນທອງ ຂອງ ປະຊາຊົນ, ບາງຄັ້ງ ມີຮອດ ການຂ້າ ເຈົ້າຂອງຊັພ ເພື່ອປິດປາກ. ເງິນທີ່ປູ້ນໄດ້ ກໍຊື້ຢາບ້າ ມາເສພ. ດັ່ງຫົວໜ້າກົມ ຕຳຣວຈ ສອບສວນ ໄດ້ກ່າວວ່າ:

"ຂ້າກັນຕາຍ ກໍມີ ແຕ່ກໍດົນໆມີ ເທື່ອໜຶ່ງດອກ ບໍ່ຫລາຍ ປານໃດດອກ ສ່ວນຫລາຍນີ້ ກະວ່າ ປຸ້ນຂ້າ ເອົາຊັພ ກະມີ ລັກສນະແບບ ຫັ້ນແຫລະ ແຕ່ລະເດືອນ ຢູ່ ນະຄອນຫລວງ ນີ້ ກະມີໃນ ປະມານ ບໍ່ຫລຸດ 4-5 ເຣື່ອງ".

ພ້ອມດຽວກັນນີ້ ທ່ານກໍວ່າ ເຣື່ອງກາຣ ງັດແງະ ລັກເລັກຂໂມຽນ້ອຍ ມັກຈະເກີດ ຂື້ນ ເກືອບທຸກໆ ເດືອນ ຊຶ່ງກໍມີ ຜູ້ເສັຽຊີວີຕ ໄປຍ້ອນຫລາຍ ກໍຣະນີ ແລະ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ກໍ ພຍາຍາມ ຕິດຕາມ ແຕ່ບາງຄັ້ງ ກໍບໍ່ສາມາຕ ເກັບຂໍ້ມູລ ໄດ້ໂດຽ ລະອຽດ ແຕ່ຢ່າງໃດ. ສະເພາະ ເງິນຄຳ ແລະ ສິ່ງຂອງ ທີ່ມີຄ່າ ທີ່ພວກຂໂມຽ ໄດ້ປຸ້ນຈີ້ເອົາ ໄປແຕ່ລະເທື່ອ ນັ້ນ ຮວມເປັນ ມູລຄ່າ ໃນຣະຫວ່າງ 10 ລ້ານ ຫາ 100 ລ້ານ ກີບ.

ໃນຂນະດຽວກັນ ເຈົ້າໜ້າທີ່ ກໍໄດ້ເນັ້ນ ເປັນກາຣເຕືອນ ປະຊາຊົນ ໃຫ້ເພີ່ມ ຄວາມຣະມັດ ຣະວັງ ເອົາໃຈໃສ່ ເກັບມ້ຽນ ເຄື່ອງຂອງ ທີ່ມີຄ່າ ໄວ້ໃນບ່ອນ ທີ່ປອດພັຍ ເວລາ ກາງຄືນ ກໍບໍ່ຄວນທີ່ ຈະເດີນ ທາງຜ່ານ ຕາມເຂຕ ທີ່ມືດມົວ ໂດຽຄົນດຽວ ແຕ່ຢ່າງໃດ ໃຫ້ພາກັນ ອັດປະຕູ ແລະ ປ່ອງອ້ຽມ ໃຫ້ແໜ້ນ ກ່ອນເຂົ້ານອນ ພັກຜ່ອນ ໃນ ຍາມກາງ ຄືນ.