ຕລາດນັດ ງານດອກງີ້ວບານ ຢູ່ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ

ສະພາບໍຣິຫານງານ ເຂດເສຖກິຈພິເສດສາມຫລ່ຽມຄໍາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ດໍາເນີນການຈັດງານດອກງີ້ວບານ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ທີ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຄັ້ງທີ 20 ປະຈໍາປີ 2023 ຢ່າງຍິ່ງໃຫຍ່ ເຊິ່ງເຣີ່ມແຕ່ມື້ວັນທີ 25-29 ມົກຣາ 2023 ພາຍຫລັງທີ່ບໍ່ໄດ້ຈັດບຸນມາ ເປັນໄລຍະເວລາ 3 ປີ ເນຶ່ອງຈາກມີການແຜ່ຣະບາດຂອງ ໂຄວິດ-19 ຂະນະທີ່ ນັກທ່ອງທ່ຽວ ສ່ວນຫລາຍ ຍັງເປັນກຸ່ມ ຜູ້ເຮັດວຽກພາຍໃນ ເຂດເສຖກິຈພິເສດສາມຫລ່ຽມຄໍາ ແລະ ຜູ້ທີ່ອາສັຍ ຢູ່ບໍຣິເວນອ້ອມຂ້າງ.